ໜຶ່ງໃນບັນດາເນື້ອໃນໄດ້ຮັບການປຶກສາຫາລືຢູ່ກອງປະຊຸມແມ່ນການສ້າງຖັນແຖວພະນັກງານ ແລະ ການປ່ຽນແປງວຽກງານພະນັກງານໂດຍພື້ນຖານ, ຮອບດ້ານ. ລັດຖະນະໂຍບາຍທຸກຢ່າງຈະປະກົດຜົນເປັນຈິງກໍ່ຕໍ່ເມື່ອມີຖັນແຖວພະນັກງານມີຄຸນນະທາດ, ຄວາມສາມາດ ແລະ ຄວາມຮັບຜິດຊອບປະຕິບັດຢ່າງພຽງພໍ.
ວຽກງານພະນັກງານ, ຖືຜູ້ມີຄວາມເກັ່ງກ້າສາມາດເປັນສຳຄັນບໍ່ພຽງແຕ່ແມ່ນການເຊື່ອມຕໍ່ແຜນນະໂຍບາຍທະລຸລ່ວງຂອງພັກເທົ່ານັ້ນ. ຫາກຍັງສະແດງໃຫ້ເຫັນຄຳຮຽກຮ້ອງທີ່ພວມກາຍເປັນຄວາມຈຳເປັນຍິ່ງກ່ວາເວລາໃດໝົດ: ຢາກປະຕິບັດບັນດາເປົ້າໝາຍພັດທະນາໃຫຍ່, ຕ້ອງມີຖັນແຖວພະນັກງານທີ່ເໝາະສົມ; ຢາກລຸລ່ວງ ແລະ ເສີມຂະຫຍາຍບັນດາແຫຼ່ງກຳລັງສັງຄົມ, ຕ້ອງຮູ້ຄົ້ນພົບ, ນຳໃຊ້ ແລະ ແລະ ຖືເປັນສຳຄັນໃນການນຳໃຊ້ບັນດາຜູ້ມີຄວາມສາມາດທີ່ແທ້ຈິງ.
ຄຳຮຽກຮ້ອງພັດທະນາໄດ້ວາງອອກມາດຖານໃໝ່ກ່ຽວກັບພະນັກງານ
ເລື່ອງກອງປະຊຸມຄັ້ງທີ 4 ຂອງພັກ ສືບຕໍ່ປຶກສາຫາລືກ່ຽວກັບການປ່ຽນແປງໃໝ່ວຽກງານພະນັກງານຢ່າງຮອບດ້ານໃຫ້ເຫັນວ່າ ຄຳຮຽກຮ້ອງນີ້ພວມໄດ້ຈັດວາງໃນວິໄສທັດອັນຍາວນານກວ່າ. ການສະຫລຸບ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ເຫັນໄດ້ບັນດາຂໍ້ຈຳກັດ ແລະ ຊອກຫາວິທິເຮັດທີ່ເໝາະສົມ ເພື່ອສືບຕໍ່ສຳລັດວິທີຄົ້ນພົບ, ຄັດເລືອກ, ບຳລຸງສ້າງ, ຊັບຊ້ອນ ແລະ ນຳໃຊ້ຄົນ, ຕອບສະໜອງຄຳຮຽກຮ້ອງພັດທະນາປະເທດຊາດໃນໄລຍະໃໝ່ໃຫ້ເປັນຢ່າງດີ.
ຕາມນັ້ນແລ້ວ, ວຽກງານພະນັກງານບໍ່ພຽງແຕ່ຢຸດຢູ່ເລື່ອງຄັດເລືອກຖືກຄົນ, ຖືກທີ່ຕັ້ງເທົ່ານັ້ນ, ແຕ່ສຳຄັນກວ່ານັ້ນແມ່ນຕ້ອງສ້າງບັນດາກົນໄກເພື່ອໃຫ້ຜູ້ມີຄວາມສາມາດທີ່ແທ້ຈິງ ໄດ້ມອບວຽກທີ່ໃຫຍ່ກວ່າ, ມອບສິດ ແລະ ມີແຫຼ່ງກຳລັງຢ່າງພຽງພໍ ເພື່ອຫັນແນວຄວາມຄິດເປັນໝາກຜົນ. ທ່ານພົນຈັດຕະວາ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນເຊົາ, ຮອງຫົວໜ້າວິທະຍາຄານຍຸດທະສາດ ແລະ ປະຫວັດສາດປ້ອງກັນຊາດ ຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ) ຖືວ່າ:
ຂ້າພະເຈົ້າຕັ້ງຄວາມຫວັງຕໍ່ວຽກງານພະນັກງານຈະຫັນປ່ຽນແຮງຈາກການຄຸ້ມຄອງຄົນ ໄປສູ່ການພັດທະນາ ແລະ ນຳໃຊ້ຄົນ. ຈາກການກະກຽມພະນັກງານຕາມແຕ່ລະອາຍຸການ, ຫັນໄປສູ່ການກະກຽມແຫຼ່ງຊັບພະຍາກອນມະນຸດການນຳໃຫ້ແກ່ບັນດາໜ້າທີ່ຍຸດທະສາດ, ຍາວນານຂອງປະເທດຊາດ. ແລະສິ່ງສຳຄັນ ນັ້ນແມ່ນ ຕ້ອງສ້າງກົນໄກເພື່ອໃຫ້ຜູ້ມີຄວາມສາມາດໄດ້ມອບບັນດາວຽກໃຫ່ຍ, ຜູ້ເຮັດໄດ້ວຽກໄດ້ຮັບການມອບສິດໃຫ່ຍ. ຜູ້ສ້າງເປັນຄຸນຄ່າໄດ້ຮັບການຮັບຮູ້ທີ່ເໝາະສົມ. ພ້ອມກັນນັ້ນ, ຜູ້ບໍ່ຕອບສະໜອງຄຳຮຽກຮ້ອງໄດ້ກໍ່ຕ້ອງຖືກປ່ຽນແທນຢ່າງທັນການ.
ຖັນແຖວພະນັກງານຂັ້ນຍຸດທະສາດຕ້ອງໄດ້ມອບບັນດາໜ້າທີ່ໃຫຍ່, ວຽກຍາກ
ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນເກື່ອງ, ຮອງຫົວໜ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ: ຄຳຮຽກຮ້ອງວາງອອກໃຫ້ແກ່ວຽກງານພະນັກງານໃນປະຈຸບັນ ນັ້ນແມ່ນຕ້ອງຖືເປັນສຳຄັນການສ້າງຖັນແຖວພະນັກງານຂັ້ນຍຸດທະສາດ. ຍ້ອນວ່າ ຖັນແຖວນີ້ແມ່ນ “ນັກສະຖາປານິກ”, ແມ່ນກຳລັງຮັກສາບົດບາດວາງແຜນ, ນຳພາ, ສ້າງສັນ ແລະ ສ້າງກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດ:
ພະນັກງານແຕ່ລະຄົນ, ນັບທັງພະນັກງານຂັ້ນຍຸດທະສາດ, ຖັນແຖວພະນັກງານຂັ້ນຮາກຖານ, ຕ້ອງຊາບຊືມຄຳສັ່ງສອນຂອງລຸງ ໂຮ່ ທີ່ວ່າ “ວຽກໃດມີຜົນປະໂຫຍດຕໍ່ ປຊຊ ຕ້ອງເຮັດຈົນສຸດຄວາມສາມາດຂອງຕົນ, ວຽກໃດສ້າງຜົນຮ້າຍໃຫ້ແກ່ ປຊຊ ຕ້ອງຫລີກລ່ຽງ”. ເຮັດໄດ້ຄືແນວນັ້ນ, ຜົນສຳເລັດຂອງກອງປະຊຸມສູນກາງພັກ ຄັ້ງທີ 4 ຈຶ່ງຈະມີກຳລັງແຜ່ກະຈາຍ, ເຂົ້າສູ່ຄຳເວົ້າ ວຽກເຮັດຂອງພະນັກງານ, ສະມາຊິກພັກແຕ່ລະຄົນ. ເວລານັ້ນ ຈະກາຍເປັນຂະບວນການ “ສະມາຊິກພັກໄປກ່ອນ, ປຊຊ ໄປຕາມ”.
ນອກຈາກນັ້ນແລ້ວ, ຕ້ອງມີຄວາມເອົາໃຈໃສ່ຕໍ່ຖັນແຖວພະນັກງານຮາກຖານຢ່າງເໝາະສົມ. ໃນສະພາບການປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ, ຫຼາຍໜ້າທີ່ໃນເມື່ອກ່ອນຂຶ້ນກັບຂັ້ນເມືອງ, ພ້ອມກັບບາງໜ້າທີ່ໄດ້ແບ່ງຂັ້ນຈາກຂັ້ນແຂວງໃນປະຈຸບັນ ໄດ້ສົ່ງໄປຂັ້ນຕາແສງ-ຂັ້ນອຳນາດການປົກຄອງໃກ້ຊິດກັບ ປຊຊ ກວ່າ.
ຈາກການຕີລາຄາພະນັກງານໃຫ້ຖືກຕ້ອງ, ນຳໃຊ້ຖືກຄົນ, ມອບໜ້າທີ່ສົມກັບຄວາມສາມາດ, ໄປເຖິງການສ້າງກົນໄກຄົ້ນພົບ, ດຶງດູດ ແລະ ຖືຜູ້ມີຄວາມເກັ່ງກ້າສາມາດເປັນສຳຄັນນັ້ນ, ທຸກຢ່າງລ້ວນແຕ່ເພື່ອແນໃສ່ສ້າງຖັນແຖວພະນັກງານທີ່ມີຄຸນນະທາດ, ຄວາມສາມາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຄາດຫວັງອຸທິດສ່ວນຢ່າງພຽງພໍ. ນີ້ກໍ່ແມ່ນເງື່ອນໄຂສຳຄັນ ເພື່ອຍົກສູງຄວາມສາມາດປະຕິບັດ, ນຳບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຂອງພັກ ກາຍເປັນບັນດາໝາກຜົນອັນລະອຽດໃນພຶດຕິກຳຕົວຈິງ, ຕອບສະໜອງຄຳຮຽກຮ້ອງພັດທະນາຂອງປະເທດຊາດໃນໄລຍນະໃໝ່./.








