ຮ່າງເອກະສານກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກ: ສືບທອດ ແລະ ພັດທະນາ ຈິນຕະນາການການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ
30/10/2025 08:12
(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຫາກໍ່ປະກາດຮ່າງເອກະສານທັງໝົດ ຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຄັ້ງທີ XIV ຂອງພັກໃນບັນດາພາຫະນະສື່ມວນຊົນ ເພື່ອເອົາຄຳເຫັນຢ່າງກວ້າງຂວາງຂອງ ປຊຊ ທຸກຊັ້ນວັນນະ. ເລື່ອງຮ່າງບົດລາຍງານການເມືອງໄດ້ກຳນົດວ່າ “ການຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ” ເທົ່າທຽມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ໄດ້ເປັນຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບດ້ານວິໄສທັດຍຸດທະສາດຂອງພັກ ໃນສະພາບການພູມສາດການເມືອງໂລກ ສືບຕໍ່ມີການຜັນແປ.

(ພາບປະກອບ) ພາຍຫຼັງໄດ້ດຳເນີນການປ່ຽນແປງໃໝ່ມາເປັນເວລາເກືອບ 40 ປີ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫ່ຍຫຼວງ, ມີຄວາມໝາຍປະຫວັດສາດ. ນັ້ນແມ່ນຍ້ອນການປ່ຽນແປງໃໝ່ຈິນຕະນາການ, ຄວາມສາມາດດັດປັບເປັນຢ່າງດີກວ່າເຂົ້າກັບພຶດຕະກຳຕົວຈິງທີ່ໄດ້ປ່ຽນແປງຢ່າງບໍ່ຢຸດຢັ້ງ ແລະ ຫັນຄວາມຄາດຫວັງບືນຕົວຂຶ້ນຂອງຊາດໃຫ້ປະກົດຜົນເປັນຈິງ.
TAG
VOV/VOVworld/ທ່ານ ບຸ່ຍແທັງເຊີນ/ຮອງນາຍົກລັດຖະມົນຕີ ຫວຽດນາມ/ທ່ານປະລິນຍາເອກ ຫງວຽນຮົ່ງຫາຍ/ມະຫາວິທະຍາໄລ Vin Uni/ຮ່າງບົດລາຍງານການເມືອງ/ກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກ/“ການຕ່າງປະເທດ/ເຊື່ອມໂຍງເຂົ້າກັບສາກົນ”
Related








