ບາດກ້າວຫັນປ່ຽນໃນການສ້າງກົງຈັກໃຫ້ກະທັດລັດ
20/02/2025 08:01
(VOVWORLD) -ການສັບຊ້ອນ, ສ້າງກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ ພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດຈາກສູນກາງລົງຮອດທ້ອງຖິ່ນ. ມີພະນັກງານການນຳຫລາຍຄົນ ຂຶ້ນກັບອົງຄະນະພັກ, ຄະນະພັກແຂວງ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນ, ຄະນະພັກເມືອງ ໄດ້ເປັນເຈົ້າການໃນການຂໍລາພັກວຽກງານກ່ອນກຳນົດກະສຽນບຳນານ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ວິວັດການສັບຊ້ອນ, ສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ. ນີ້ແມ່ນປັດໄຈສຳຄັນ ຊ່ວຍຍົກສູງປະສິດທິຜົນວຽກງານສັບຊ້ອນການຈັດຕັ້ງຢູ່ຫລາຍອົງການ, ຫົວຫນ່ວຍ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການປຶກສາຫາລືໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9. (ພາບ:VOV) ສະພາບຕົວຈິງຂອງວິວັດການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດຢູ່ຫລາຍກະຊວງ, ຂະແຫນງການ, ທ້ອງຖິ່ນ ສະແດງໃຫ້ເຫັນວ່າ ການປະຕິວັດແຫ່ງການສ້າງກົງຈັກໃນລະບົບການເມືອງໃຫ້ກະທັດລັດ ພວມໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ໄດ້ແຜ່ຂະຫຍາຍຢ່າງຕັ້ງຫນ້າໃນທົ່ວສັງຄົມ.
TAG
VOV/VOVworld/ສັບຊ້ອນກົງຈັກການຈັດຕັ້ງ/ໃຫ້ກະທັດລັດ/ລະບົບການເມືອງ
Related








