ໄພອຶດຫິວສືບຕໍ່ແຜ່ລາມອອກຢ່າງກວ້າງຂວາງຢູ່ຊູດັງ
14/04/2026 07:31
[VOVWORLD] - ການປະທະກັນຢູ່ ຊູດັງລະຫວ່າງກອງທັບ ແລະ ກຳລັງໜູນຊ່ວຍໄວ ໃກ້ຈະກ້າວເຂົ້າສູ່ປີທີ່ສີ່ແລ້ວນັ້ນ, ໄດ້ເຮັດໃຫ້ໄພອຶດຫິວແຜ່ລວມອອກຢ່າງກວ້າງຂວາງ ແລະ ເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງ ຍົກຍ້າຍໄປ, ອັນໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳໃຫຍ່ທີ່ສຸດຢູ່ໃນໂລກ.

ຕາມບົດລາຍງານຂອງບັນດາອົງການມະນຸດສະທຳສາກົນລວມມີ: Action Against Hunger, CARE International, International Rescue Committee, Mercy Corps ແລະ ສະພາຜູ້ລີ້ໄພ ນອກແວ ທີ່ໄດ້ປະກາດໃນວັນທີ 13 ເມສາ ໂດຍໃຫ້ຮູ້ວ່າ ການປະທະກັນຢູ່ ຊູດັງລະຫວ່າງກອງທັບ ແລະ ກຳລັງໜູນຊ່ວຍໄວ ໃກ້ຈະກ້າວເຂົ້າສູ່ປີທີ່ສີ່ແລ້ວນັ້ນ, ໄດ້ເຮັດໃຫ້ໄພອຶດຫິວແຜ່ລວມອອກຢ່າງກວ້າງຂວາງ ແລະ ເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງ ຍົກຍ້າຍໄປ, ອັນໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳໃຫຍ່ທີ່ສຸດຢູ່ໃນໂລກ. ຢູ່ບັນດາເຂດທີ່ການສູ້ຮົບພວມດຳເນີນຢ່າງດຸເດືອດຄື: Darfur ເໜືອ ແລະ Kordofan ໃຕ້, ນັບລ້ານຄອບຄົວ ມີແຕ່ໄດ້ກິນເຂົ້າພຽງໜຶ່ງຄາບຕໍ່ວັນ, ຊ້ຳບໍ່ໜຳມີຫຼາຍຄອບຄົວບໍ່ມີຫຍັງກິນ, ຕ້ອງກິນໃບໄມ້ ແລະ ອາຫານສັດເພື່ອຢູ່ລອດ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຮັບການໜູນຫຼັງຈາກກອງທັບ ລັດຖະບານ ຊູດັງ ໄດ້ປະຕິເສດໄພອຶດຫິວ, ໃນຂະນະທີ່ RSF ກໍ່ປະຕິເສດຄວາມຮັບຜິດຊອບຕໍ່ສະພາບການນີ້ຢູ່ບັນດາເຂດ ເຊິ່ງກຳລັງນີ້ຄວບຄຸມ.
TAG
VOV/VOVWORLD/ໄພອຶດຫິວ/ຊູດັງ
Related
More




