ບໍ່ອາດປະຕິເສດຄວາມມານະພະຍາຍາມໃນການປະຕິບັດສິດທິມະນຸດຂອງ ຫວຽດນາມ
10/07/2025 09:33
(VOVWORLD) - ຄະນະຜູ້ແທນ ຫວຽດນາມ ຫາກໍ່ສິ້ນສຸດວາລະໂອ້ລົມສົນທະນາຄັ້ງທີ4 ກ່ຽວກັບການປະຕິບັດສົນທິສັນຍາສາກົນວ່າດ້ວຍບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR) ແຕ່ວັນທີ 7-8 ກໍລະກົດຢູ່ ສຳນັກງານຄະນະກຳມະການສິດທິມະນຸດ ສປຊ ຢູ່ ເຊີແນວ ປະເທດ ສະວິດຢ່າງສຳເລັດຜົນ. ໝາກຜົນວາລະໂອ້ລົມສົນທະນາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ສະຫງວນແຫລ່ງກຳລັງດີສຸດເພື່ອຮັບປະກັນການປະຕິບັດສິດທິມະນຸດ, ສິດພົນລະເຮືອນ, ໃນນັ້ນ ບັນດາສິດພົນລະເຮືອນ, ການເມືອງ ຕາມສົນທິສັນຍາ ICCPR.

ຄະນະປະຕິບັດງານລະຫວ່າງຂະແຫນງຂອງຫວຽດນາມ ເຂົ້າຮ່ວມວາລະໂອ້ລົມສົນທະນາ. (ພາບ:VOV) ສົນທິສັນຍາສາກົນກ່ຽວກັບບັນດາສິດທິພົນລະເຮືອນ, ການເມືອງ (ສົນທິສັນຍາ ICCPR) ແມ່ນຫນຶ່ງໃນບັນດາສົນທິສັນຍາສາກົນສຳຄັນທີ່ສຸດກ່ຽວກັບສິດທິມະນຸດ ໂດຍກອງປະຊຸມສະມັດຊາໃຫຍ່ ສປຊ ຮັບຮອງເອົາເມື່ອປີ 1966 ແລະ ມີຜົນສັກສິດໃນປີ 1976. ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາ ກ່ອນນີ້ 43 ປີ (ປີ 1982). ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາ, ພັນທະໃນຂອບເຂດບັນດາສົນທິສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງ ຫວຽດນາມ ເປັນສະມາຊິກ, ລວມມີ ICCPR.
TAG
VOV/VOVworld/ສົນທິສັນຍາ/ຍຸຕິທຳ/ຖືມະນຸດເປັນໃຈກາງ
Related








