VOV WorldVOV World
ບຸກທະລຸ, ຕັດສິນຊີ້ຂາດ, ສາມັກຄີ, ເປັນເອກະພາບເພື່ອພັດທະນາປະເທດຊາດ
10/04/2025 09:21
(VOVWORLD) - ຕອນເຊົ້າວັນທີ 10ເມສາ, ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ ນະຄອນຫລວງ ຮ່າໂນ້ຍ. ກອງປະຊຸມໄດ້ປຶກສາຫາລືຫລາຍແຜນນະໂຍບາຍໃຫຍ່ທີ່ມີລັກສະນະບຸກທະລຸ ເພື່ອພັດທະນາປະເທດຊາດ. ກ່າວໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນ: ໃນສະພາບການໃຫມ່ຢ່າງຮີບເຮັ່ງ, ຕ້ອງມີການບຸກທະລຸ, ຄຳຕັດສິນຊີ້ຂາດ, ຂ້ຽວຂາດ, ສາມັກຄີ, ເປັນເອກະພາບຈາກຂອດສະເຫນີນະໂຍບາຍຕະຫລອດຮອດການຜັນຂະຫຍາຍປະຕິບັດ.
ບຸກທະລຸ, ຕັດສິນຊີ້ຂາດ, ສາມັກຄີ, ເປັນເອກະພາບເພື່ອພັດທະນາປະເທດຊາດ
ທ່ານເລຂາທິການໃຫຍ່ ກ່າວຄຳເຫັນໄຂກອງປະຊຸມ.(ພາບ: TTXVN) ກອງປະຊຸມສູນກາງຄັ້ງທີ 11ຊຸດທີ XIII ໄດ້ຮຽກໂຮມຈັດຂຶ້ນກ່ອນເວລາກຳນົດ 1ເດືອນເມື່ອທຽບໃສ່ແຜນການ. ກອງປະຊຸມໄດ້ປຶກສາຫາລື ໃຫ້ຄຳເຫັນ 2 ໝວດບັນຫາຫລັກ. ນັ້ນແມ່ນ ໝວດບັນຫາກ່ຽວກັບການສືບຕໍ່ສັບຊ້ອນກົງຈັກຂອງລະບົບການເມືອງ,  ສັບຊ້ອນຫົວຫນ່ວຍການບໍລິຫານ ແລະ ອົງການປົກຄອງທ້ອງຖິ່ນ 2 ຂັ້ນ. ທີສອງແມ່ນໝວດບັນຫາກ່ຽວກັບການສືບຕໍ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ XIV ແລະເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 -2031 .
TAG
VOV/VOVworld/ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ/ຖັນແຖວພະນັກງານ/ໝວດບັນຫາກະກຽມ