ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ
03/04/2025 10:58
(VOVWORLD) -ວັນທີ 3 ມີນາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ໄດ້ມີບົດຂຽນດ້ວຍຫົວຂໍ້ “ບືນຕົວຂຶ້ນໃນການເຊື່ອມໂຍງເຂົ້າກັບສາກົນ. ບົດຂຽນໄດ້ເນັ້ນຫນັກຢ່າງແຮງເຖິງການເຊື່ອມໂຍງເຂົ້າກັບສາກົນ ນັ້ນແມ່ນຍຸດທະສາດສຳຄັນເພື່ອແນໃສ່ປັບປຸງທີ່ຕັ້ງດ້ານການເມືອງ, ຊຸກຍູ້ການພັດທະນາເສດຖະກິດ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຍົກສູງລະດັບຜົນສະທ້ອນຂອງປະເທດຊາດໃນແຜນທີ່ໂລກ. ຕໍ່ໄປນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດເນື້ອໃນຕົ້ນຕໍໃນບົດຂຽນຂອງທ່ານເລຂາທິການໃຫຍ່,

ທ່ານເລຂາທິການໃຫຍ່ ໂຕເລິມ. (ພາບ VGP) ກ່ອນອື່ນໝົດ ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນ: ໂດຍຫວນຄືນປະຫວັດສາດປະຕິວັດ ຫວຽດນາມ, ການເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ ຍາມໃດກໍ່ຕິດພັນກັບບັນດາການຜັນປ່ຽນຂອງຍຸກສະໄຫມ. ນັບແຕ່ມື້ຊຸມມື້ທຳອິດສະຖາປະນາປະເທດຊາດ, ໃນຈົດໝາຍສົ່ງເຖິງສະຫະປະຊາຊາດ, ທ່ານປະທານ ໂຮ່ຈິມິນ ໄດ້ຊີ້ແຈ້ງເນື້ອໃນຈິດໃຈ ນັ້ນແມ່ນ ຫວຽດນາມ ຢາກເປັນເພື່ອນມິດກັບທຸກປະເທດ, ສະແດງຄວາມປາດຖະຫນາຢາກ “ປະຕິບັດນະໂຍບາຍເປີດປະຕູ ແລະ ຮ່ວມມືໃນທຸກຂົງເຂດ”. ນີ້ອາດຈະໄດ້ຮັບຖືວ່າແມ່ນ “ບົດຖະແຫລງ” ທຳອິດ ກ່ຽວກັບວິທີການສຳຜັດຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບປະຊາຄົມສາກົນ.
TAG
VOV/VOVworld/ຜັນປ່ຽນຂອງຍຸກສະໄຫມ/ການເຊື່ອມໂຍງ/ສັງກາດບືນຕົວຂຶ້ນ/ເປັນເພື່ອນມິດ
Related








