ເສດຖະກິດເອກະຊົນຕ້ອງແມ່ນເສົາຄ້ຳເພຶ່ອບັນລຸການເຕີບໂຕສອງຕົວເລກ
20/03/2025 07:32
(VOVWORLD) - ເສດຖະກິດເອກະຊົນພວມບືນຕົວຂຶ້ນຢ່າງແຮງ, ກາຍເປັນໜຶ່ງໃນບັນດາເສົາຄ້ຳອັນດັບໜຶ່ງຂອງພື້ນຖານເສດຖະກິດ ແລະ ນັບມື້ນັບສະແດງອອກແມ່ນກຳລັງໜູນສຳຄັນກ່ວາໝູ່ ເພື່ອຊຸກຍູ້ການເຕີບໂຕເສດຖະກິດແຫ່ງຊາດ. ຜູ້ຊ່ຽວຊານດ້ານເສດຖະກິດຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດເອກະຊົນ ຕ້ອງແມ່ນກຳລັງປະຈັນບານໃນສັງກາດໃໝ່.

(ພາບປະກອບ: baochinhphu.vn ) ມະຕິເລກທີ 10 ຂອງສູນກາງພັກກອງມູນິດ ຫວຽດນາມ (ມະຕິເລກທີ 10-NQ/TW) ສະບັບລົງວັນທີ 3 ມິຖຸນາ ປີ 2017 ໄດ້ກຳນົດວ່າ ຕ້ອງພັດທະນາເສດຖະກິດເອກະຊົນ ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ. ປະຈຸບັນ, ເຂດ ເສດຖະກິດເອກະຊົນມີກ່ວາ 6.1 ລ້ານຮາກຖານດຳເນີນທຸລະກິດ, ໃນນັ້ນມີປະມານ 940.000 ວິສາຫະກິດກຳລັງເຄື່ອນໄຫວ ແລະ ກ່ວາ 5.2 ລ້ານຄອບຄົວດຳເນີນທຸລະກິດ.
TAG
VOV/VOVworld/ເສດຖະກິດເອກະຊົນ/ການເຕີບໂຕສອງຕົວເລກ/ທ່ານ ຫງວຽນຢຸຍຮຶງ/ປະທານຄະນະກຳມະການບໍລິຫານບໍລິສັດການຄ້າ ແລະ ການບໍລິການ ເຕີນຮຽບຟາດ ຈຳກັດ/ທ່ານ ເຈິ່ນວັນເລ/ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດເຄື່ອງໄຟຟ້າ ເຟືອງລິນ/
Related








