ຫັນປ່ຽນຈິນຕະນາການໃນການສ້າງກົດໝາຍເພື່ອແກ້ໄຂບັນຫາອຸດຕັນຂອງແຫລ່ງກຳລັງພັດທະນາ
07/11/2024 10:21
(VOVWORLD) - ວັນທີ 9 ພະຈິກ ທຸກປີ ແມ່ນວັນກົດໝາຍຫວຽດນາມ, ວັນເຊີດຊູລັດຖະທຳມະນູນ, ກົດໝາຍ, ການສຶກສາສະຕິເຄົາລົບກົດໝາຍໃຫ້ທຸກຄົນໃນສັງຄົມ.ພາຍຫລັງເກືອບ 40 ປີແຫ່ງການປ່ຽນແປງໃຫມ່ປະເທດຊາດ, ລະບົບກົດໝາຍຫວຽດນາມໄດ້ມີການດັດປັບບັນດາຂົງເຂດຂອງຊີວິດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການຄຸ້ມຄອງ ແລະ ການພັດທະນາປະເທດຊາດໃຫ້ນັບມື້ນັບດີກວ່າ. ຕໍ່ຫນ້າກາລະໂອກາດພັດທະນາໃຫມ່ຂອງປະເທດຊາດ, ເລື່ອງສ້າງກົດໝາຍ ພວມຮຽກຮ້ອງຕ້ອງມີຈິນຕະນາການໃຫມ່ໃນການສ້າງກົດໝາຍ, ແກ້ໄຂບັນຫາອຸດຕັນຂອງແຫ່ລງກຳລັງເພື່ອພັດທະນາ.

ທ່ານເລຂາທິການໃຫຍ່ ໂຕເລີມ ສະເຫນີ ຕ້ອງຫັນປ່ຽນຈິນຕະນາການໃນການສ້າງກົດໝາຍໃຫ້ແຮງກວ່າ ຕາມທິດທັງຮັບປະກັນຄວາມຮຽກຮ້ອງຕ້ອງການການຄຸ້ມຄອງ, ທັງສົ່ງເສີມການປະດິດຄິດສ້າງ, ປົດປ່ອຍທັງໝົດກຳລັງການຜະລິດ, ແກ້ໄຂບັນຫາອຸດຕັນທຸກແຫລ່ງກຳລັງເພື່ອພັດທະນາ. (ພາບ: VGP) ພ້ອມກັບການປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່, ພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ, ຫວຽດນາມໄດ້ ແລະພວມສ້າງ, ປັບປຸງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນເທື່ອລະກ້າວ ພາຍໃຕ້ການນຳພາຂອງພັກ,ໃນນັ້ນ ກົດໝາຍ ມີບົດບາດຫລັກແຫລ່ງ.
TAG
VOV/VOVworld/ລັດແຫ່ງອຳນາດກົດໝາຍ/ຈິນຕະນາການ/ກຳນົດທິດສັງຄົມນິຍົມ
Related








