VOV WorldVOV World
ການຫັນປ່ຽນຢ່າງຕັ້ງຫນ້າໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ
26/12/2024 09:12
(VOVWORLD) - ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ແມ່ນຫນ້າທີ່ການເມືອງພິເສດຂອງພັກ, ລັດ ຫວຽດນາມ. ຫວຽດນາມ ໄດ້ວາງຄາດໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃນຂອບເຂດທົ່ວປະເທດໃນປີຫນ້າ. ມາຮອດປະຈຸບັນ, ມີເຮືອນຫລັງໃຫມ່ຫລາຍຫລັງໄດ້ກໍ່ສ້າງສຳເລັດ, ມີອີກຫລາຍຫລັງພວມຮີບເຮັ່ງໄດ້ຮັບການກໍ່ສ້າງ, ຢັ້ງຢືນເຈດຈຳນົງ, ຄວາມຕັດສິນໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນ ໃນການປະຕິບັດພາລະກິດແຫ່ງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ.
ການຫັນປ່ຽນຢ່າງຕັ້ງຫນ້າໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ
ພະນັກງານ,ກຳລັງຕຳຫລວດ ແຂວງລາຍເຈົາ ຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ ໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊາຍແດນ. (ພາບ: VOV) ປະຈຸບັນ, ຫວຽດນາມ ຍັງມີກວ່າ 315.000 ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຕ້ອງການໄດ້ຮັບການການຫນູນຊ່ວຍ, ສ່ວນຫລາຍແມ່ນຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ເຂດຊາຍແດນໝູ່ເກາະ, ເຂດຊົນເຜົ່າສ່ວນຫນ້ອຍ.
TAG
VOV/VOVworld/ເຮືອນຢູ່ຊົ່ວຄາວ/ເຮືອນຊຸດໂຊມ/ຫນູນຊ່ວຍດ້ານເຮືອນຢູ່/ປຸກສ້າງຄືນເຮືອນຫລັງໃຫມ່