VOV WorldVOV World
ການໂຮມບາງອົງ​ການ​ປົກ​ຄອງ​ຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ
13/03/2025 09:44
(VOVWORLD) - ຫວຽດນາມ ພວມຍູ້ແຮງການໂຮມບາງແຂວງເຂົ້າກັນ. ນີ້ແມ່ນແຜນນະໂຍບາຍໃຫຍ່ ເພື່ອແນໃສ່ສ້າງກົງຈັກໃຫ້ກະທັດລັດ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະ ພັດທະນາເສດຖະກິດ. ເລື່ອງໂຮມບາງແຂວງເຂົ້າກັນນັ້ນ ກໍ່ແມ່ນໂອກາດເພື່ອຈັດຕັ້ງຄືນພື້ນທີ່ພັດທະນາແຫ່ງຊາດຢູ່ຂັ້ນທ້ອງຖິ່ນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການເຕີບໂຕສອງຕົວເລກ ແລະ ເປັນພື້ນຖານເພື່ອໃຫ້ປະເທດຊາດບືນຕົວຂຶ້ນ.
ການໂຮມບາງອົງ​ການ​ປົກ​ຄອງ​ຂັ້ນແຂວງເຂົ້າກັນ - ບາດກ້າວບຸກທະລຸເພື່ອພັດທະນາ
ທ່ານ ຫງວຽນຕຽນຢີງ, ອະດິດຮອງລັດຖະມົນຕີກະຊວງພາຍໃນ. (ພາບ:VOV) ປະຈຸບັນ ຫວຽດນາມ ມີ 63 ແຂວງ, ນະຄອນ (57 ແຂວງ ແລະ 6 ນະຄອນຂຶ້ນກັບສູນກາງ ນັ້ນແມ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈິມິນ, ດ່າຫນັງ, ເຫ້ວ, ຫາຍຟ່ອງ ແລະ ເກີນເທີ). ນັບແຕ່ພາຍຫລັງປະເທດຊາດໄດ້ທ້ອນໂຮມເປັນເອກະພາບເມື່ອເດືອນ ເມສາ ປີ 1975 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜ່ານການແບ່ງອອກ, ໂຮມອົງການປົກຄອງຂັ້ນແຂວງເຂົ້າກັນເປັນຫຼາຍຄັ້ງ.
TAG
VOV/VOVworld/ກະທັດລັດ/ມີແບບມີແຜນ/ການປົກຄອງຂັ້ນແຂວງ