ການພັດທະນາມະນຸດ - ແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າຂອງ ຫວຽດນາມ
15/05/2025 10:05
(VOVWORLD) -ຕາມບົດລາຍງານດັດຊະນີການພັດທະນາມະນຸດ (HDR) ໂດຍໄດ້ຮັບການປະກາດຈາກ ໂຄງການພັດທະນາຂອງສະຫະປະຊາຊາດ (UNDP)ໃນຕົ້ນເດືອນພຶດສະພາ, ດັດຊະນີການພັດທະນາມະນຸດ ຂອງຫວຽດນາມ ແມ່ນຂຶ້ນກັບກຸ່ມບັນດາປະເທດມີລະດັບການພັດທະນາສູງ. ນີ້ແມ່ນໝາກຜົນແຫ່ງການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການຍູ້ແຮງຄວາມກ້າວຫນ້າກ່ຽວກັບການພັດທະນາມະນຸດ. ພ້ອມທັງເປັນການພິສູດໃຫ້ເຫັນທັດສະນະທີ່ວ່າ ມະນຸດແມ່ນໃຈກາງຂອງການພັດທະນາ.

ດັດຊະນີ HDI ຂອງຫວຽດນາມ ໄລຍະ 1990- 2023. (ພາບ: UNDP ປະຈຳ ຫວຽດນາມ) ຫວຽດນາມ ໄດ້ ແລະ ພວມສືບຕໍ່ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ດ້ວຍບັນດານະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນບັນດາສິດທິມະນຸດໂດຍໄດ້ເອົາເຂົ້າໃນທຸກຍຸດທະສາດ ແລະ ໂຄງການພັດທະນາຂອງປະເທດຊາດ.
TAG
VOV/VOVworld/ຍຸດທະສາດພັດທະນາ/ດັດຊະນີການພັດທະນາມະນຸດ (HDI)
Related








