ການສຶກສາ ຍັງຄົງແມ່ນລັດຖະນະໂຍບາຍແຖວຫນ້າໃນສັງກາດໃຫມ່
21/11/2024 09:48
(VOVWORLD) - ໃນປະຫວັດສາດ ຫວຽດນາມ, ການສຶກສາ ມີບົດບາດພິເສດສຳລັບຜົນງານອັນພົ້ນເດັ່ນແຫ່ງການພັດທະນາຂອງປະເທດຊາດ. ໃນສະພາບການໂລກ ພວມຢູ່ໃນໄລຍະປ່ຽນແປງທີ່ມີລັກສະນະຍຸກສະໄຫມ, ການແກ່ງແຍ່ງດ້ານຄຸນນະພາບແຫລ່ງຊັບພະຍາກອນມະນຸດ ຈະຕັດສິນຊີ້ຂາດກາລະໂອກາດພັດທະນາຂອງແຕ່ລະປະເທດ, ບົດບາດຂອງການສຶກສາຍິ່ງມີຄວາມສຳຄັນ, ໂດຍໄດ້ຮັບການກຳນົດວ່າແມ່ນລັດຖະນະໂຍບາຍແຖວຫນ້າ ເມື່ອຫວຽດນາມ ກ້າວເຂົ້າສູ່ສັງກາດໃຫມ່. ສິ່ງນີ້ ໂດຍແມ່ນບັນດາການນຳ ຫວຽດນາມ ຢັ້ງຢືນຢ່າງຈະແຈ້ງໃນບັນດາບົດກ່າວປາໄສຫວ່າງແລ້ວນີ້ ເນື່ອງໃນໂອກາດວັນຄູ ຫວຽດນາມ ທີ 20 ພະຈິກ.

ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບນາຍຄູ,ພະນັກງານ ຄຸ້ມຄອງການສຶກສາໃນວັນທີ 18 ພະຈິກ ຢູ່ ຮ່າໂນ້ຍ. (ພາບ:VOV) ເພື່ອຮັບມືກັບໄລຍະພັດທະນາໃຫມ່, ການສຶກສາ ຫວຽດນາມ ຕ້ອງມີການປ່ຽນແປງຈາກພາຍໃນ, ມຸ່ງໄປເຖິງຄຸນນະພາບສູງກວ່າ, ພັດທະນາມະນຸດຢ່າງຮອບດ້ານກວ່າ,ສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
TAG
VOV/VOVworld/ການກືກຫນັງສື/ການສຶກສາແບບບັງຄັບ/ຊັບພະຍາກອນມະນຸດ
Related








