ກະຈາຍສຽງໃນສັງກາດນະວັດຕະກຳ
13/02/2025 09:23
(VOVWORLD) -ວັນທີ 13 ກຸມພາ ແມ່ນວັນກະຈາຍສຽງໂລກ. ໃນທ່າອ່ຽງຫັນເປັນດິຈີຕອນປະຈຸບັນ ເປັນຕົ້ນແມ່ນໄດ້ປະກອບສ່ວນຫັນມະຕິເລກທີ 57 - NQ/TW (ມຕ/ສກ) ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດິຈີຕອນແຫ່ງຊາດ ໃຫ້ປະກົດຜົນເປັນຈິງ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ກຳນົດ ຍູ້ແຮງການຫັນເປັນດິຈີຕອນ ເພື່ອທັດທຽມກັບທ່າອ່ຽງ, ຫັນວິທີການສຳຜັດເປັນຫລາຍຮູບແບບ, ສືບຕໍ່ຢັ້ງຢືນທີ່ຕັ້ງຂອງການກະຈາຍສຽງໃນໃຈມະຫາຊົນ.

ທ່ານ ປອ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ. (ພາບ:Đức Anh/VOV5) ການຫັນເປັນດິຈີຕອນໃນກະຈາຍສຽງແມ່ນທ່າອ່ຽງທີ່ແນ່ນອນ ແລະ ນຳມາເຊິ່ງຫລາຍຜົນປະໂຫຍດທີ່ພົ້ນເດັ່ນ. ວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ສ້າງແຜນຮ່າງຫັນເປັນດິຈີຕອນໂດຍໄວ ຊ່ວຍເປີດກວ້າງຂອບເຂດການເຂົ້າເຖິງດ້ວຍວິທີການນຳໃຊ້ບັນດາ Platform ໃນກະຈາຍສຽງ (radio online, podcast, streaming) ເພື່ອນຳເອົາເນື້ອໃນກະຈາຍສຽງຂ້າມຂອບເຂດການກຳນົດດ້ານພູມສາດ.
TAG
VOV/VOVworld/ກະຈາຍສຽງ/platform/ວິທະຍຸກະຈາຍສຽງ ຫວຽດນາມ
Related








