ກຳລັງແຮງມະຫາສາມັກຄີໃນພາລະກິດແຫ່ງການປ່ຽນແປງໃຫມ່ ແລະ ພັດທະນາປະເທດຊາດ
14/11/2024 07:23
(VOVWORLD) - ຫວຽດນາມ ພວມຈັດຕັ້ງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ບັນດາເຂດຊຸມຊົນ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງແນວໂຮມປະເທດຊາດຫວຽດນາມຄືວັນທີ 18 ພະຈິກ. ມູນເຊື້ອຄວາມສາມັກຄີນັບພັນປີ ໄດ້ຊ່ວຍ ຊາດ ຫວຽດນາມ ຍາດໄດ້ເອກະລາດ, ເສລີພາບ, ສ້າງສາ ແລະ ພັດທະນາປະເທດຊາດ. ຈິດໃຈມະຫາສາມັກຄີ ຍິ່ງສວມບົດບາດສຳຄັນໃນສັງກາດໃຫມ່ຂອງ ຊາດ ຫວຽດນາມ.

ບັນດາພາຫະນະໄປມາຢ່າງສະດວກໃນເສັ້ນທາງຄົມມະນາຄົມຢູ່ ຊົນນະບົດ. (ພາບ:Ngọc Tươi/VOV) ມະຫາສາມັກຄີທົ່ວປວງຊົນທັງຊາດ ຍາມໃດກໍ່ແມ່ນຫນຶ່ງໃນບັນດາແຫລ່ງກຳລັງສຳຄັນທີ່ສຸດ, ເຂັ້ມແຂງທີ່ສຸດເພື່ອໃຫ້ ຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່, ພັດທະນາປະເທດຊາດ ຢ່າງມີໄຊ.
TAG
VOV/VOVworld/ມະຫາສາມັກຄີທົ່ວປວງຊົນທັງຊາດ/ສາຍສົ່ງໄຟຟ້າ/ພື້ນຖານໂຄງລ່າງ
Related








