VOV WorldVOV World
ຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ
17/10/2024 09:42
(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ອາຍຸການ 2024 – 2029 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ. ເຫດການນີ້ ມີຄວາມໝາຍສຳຄັນພິເສດໃນສະພາບທີ່ ຫວຽດນາມ ພວມມານະພະຍາຍາມສຳເລັດຫລາຍເປົ້າໝາຍເພື່ອກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ. ຈິດໃຈມະຫາສາມັກຄີ ໂດຍໄດ້ປຸກລຸກຢ່າງແຮງ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການຮັກສາຢ່າງໝັ້ນຄົງ ແມ່ນປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມປະຕິບັດສຳເລັດທຸກຄາດໝາຍທີ່ໄດ້ວາງອອກ.
ຄວາມສາມັກຄີທົ່ວປວງຊົນທັງຊາດ ເພື່ອຮັບໃຊ້ເປົ້າໝາຍພັດທະນາ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ X ໄດ້ຂຶ້ນຢ່າງສົມກຽດໃນຄອນເຊົ້າວັນທີ 17 ຕຸລາ ຢູ່ ຮ່າໂນ້ຍ. ພາບ:Văn Hiếu/VOV ຫວຽດນາມ ໄດ້ຜ່ານ 2/3 ໄລຍະທາງແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນສະພາບການໂລກ ແລະ ພາກພື້ນ ຜັນແປສັບສົນ, ວ່ອງໄວ, ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ. ຫນ້າທີ່ວາງອອກແມ່ນຫລາຍປະການ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ຄວາມສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນເພື່ອປະຕິບັດບັນດາຄາດໝາຍຢ່າງມີໄຊ.
TAG
VOV/VOVworld/ສັງກາດເອກະລາດ/ພື້ນຖານເສດຖະກິດ/ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ