ລົງທຶນໃຫ້ແກ່ການສຶກສາຢູ່ເຂດຊາຍແດນເຂດດິນຕໍ່ແຜ່ນ: ລັດຖະນະໂຍບາຍທີ່ມີລັກສະນະຍຸດທະສາດ
31/07/2025 10:34
(VOVWORLD) - ຫວຽດນາມ ຈະລົງທຶນກໍ່ສ້າງບັນດາ ໂຮງຮຽນສາມັນກິນນອນຊົນເຜົ່າ ລວມຂັ້ນປະຖົມ ແລະມັດທະຍົມ ຕອນຕົ້ນ ຢູ່ 248 ຕາແສງ ຊາຍແດນເຂດດິນຕໍ່ແຜ່ນ. ນີ້ເປັນຄັ້ງທຳອິດ ຫວຽດນາມ ມີຮູບແບບ ໂຮງຮຽນສາມັນກິນນອນຊົນເຜົ່າຂັ້ນປະຖົມ ແລະມັດທະຍົມຕອນຕົ້ນ ຢູ່ ບັນດາຕາແສງເຂດຊາຍແດນ. ລັດຖະນະໂຍບາຍພິເສດນີ້ ມີລັກສະນະຍຸດທະສາດ ແລະ ຮີບດ່ວນ ເພື່ອແນໃສ່ຮັດແຄບຄວາມແຕກໂຕນດ້ານການສຶກສາ, ພັດທະນາແຫລ່ງຊັບພະຍາກອນມະນຸດຢູ່ກັບທີ່, ປະຕິບັດນະໂຍບາຍຊົນເຜົ່າ ແລະ ຮັບປະກັນຊີວິດສັງຄົມ.

ຫ້ອງຮຽນຫນຶ່ງ ຢູ່ ໂຮງຮຽນ ໃນຕາແສງເຂດຊາຍແດນ ແຂວງ ລ້າງເຊິນ: (ພາບ:Duy Thái/VOV) ປະຈຸບັນ ຫວຽດນາມ ມີ 22 ແຂວງ, ນະຄອນ ມີຊາຍແດນເຂດດິນຕໍ່ແຜ່ນ. ຈຳນວນຕາແສງຊາຍແດນເຂດດິນຕໍ່ແຜ່ນ ແມ່ນ 248 ຕາແສງ. ຢູ່ບັນດາຕາແສງນີ້ ປະຈຸບັນມີ 956 ໂຮງຮຽນສາມັນ ດ້ວຍຂອບຂະຫນາດນັກຮຽນແມ່ນກວ່າ 625.000 ຄົນ. ໃນຈຳນວນນັ້ນ ພວກນ້ອງນັກຮຽນມີ ຄວາມຕ້ອງການໄດ້ຮຽນແບບເຄິ່ງກິນນອນຊົນເຜົ່າ, ກິນນອນຊົນເຜົ່າແມ່ນກວ່າ 330.000 ຄົນ ແຕ່ໃນນັ້ນ ຍັງບໍ່ທັນຮອດ 20% ຈຳນວນນັກຮຽນໄດ້ຮຽນຕາມຮູບການນີ້.
TAG
VOV/VOVworld/ຮັບປະກັນຊີວິດສັງຄົມ/ເຂດຫ່າງໄກສອກຫລີກ/ໂຮງຮຽນສາມັນກິນນອນຊົນເຜົ່າ
Related








