ມະຕິເລກທີ 71-ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ ປຊຊ ທຸກຄົນ
02/10/2025 08:03
(VOVWORLD) - ໃນວິວັດການພັດທະນາຂອງປະເທດຊາດ, ການສຶກສາຍາມໃດກໍ່ໄດ້ກຳນົດວ່າ ແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນຫຼັກແຫຼ່ງ ຊຸກຍູ້ການເຕີບໂຕແບບຍືນຍົງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄວາມສາມາດແກ້ງແຍ້ງແຫ່ງຊາດ. ເລື່ອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບຄວາມບຸກທະລຸພັດທະນາການສຶກສາບຳງລຸງສ້າງ ບໍ່ພຽງແຕ່ແມ່ນການຫັນທັດສະນະທະລຸລ່ວງຂອງພັກ ແລະ ລັດ ຫວຽດນາມ ເປັນລະອຽດເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ໃນການຖືມະນຸດເປັນໃຈກາງຂອງການພັດທະນາ, ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ.

ທ່ານນາຍົກລັດຖະມົນຕີ ສະເໜີເນື້ອໃນຫຼັກແຫຼ່ງຂອງມະຕິເລກທີ 71 (ພາບ: VGP ) ກົມການເມືອງໄດ້ປະກາດມະຕິເລກທີ 71 ເມື່ອວັນທີ 22 ສິງຫາ ປີ 2025 ດ້ວຍບັນດາໝວດເປົ້າໝາຍ, ໜ້າທີ່ ມາດຕະການອັນລະອຽດ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນ “ ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປ ຊຊ ທຸກຄົນ ”. ສິ່ງນີ້ໄດ້ສະແດງໃຫ້ເຫັນແນວຄິດລຸລ່ວງຂອງພັກ ແລະ ລັດ ຫວຽດນາມ: ການສຶກສາບໍ່ພຽງແຕ່ແມ່ນສິດອັນເປັນພື້ນຖານເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນແຫ່ງການພັດທະນາແບບຍືນຍົງອີກດ້ວຍ. (ພາບ: VGP ) ຕາມມະຕິເລກທີ 71, ຄວາມຍຸດຕິທຳໃນການສຶກສາ ແມ່ນບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ; ລົບລ້າງໄລຍະຫ່າງເຂດພາກ, ຄວາມຮັ່ງມີ-ຄວາມທຸກຍາກ; ສ້າງໂອກາດພັດທະນາທີ່ສະເໝີພາບໃຫ້ແກ່ແຕ່ລະຄົນ. ຮັບປະກັນຄຸນນະພາບ ແລະ ສະພາບແວດລ້ອມແຫ່ງການຮ່ຳຮຽນໃຫ້ແກ່ທຸກຄົນ. ທີ່ກອງປະຊຸມທົ່ວປະເທດຊາບຊືມບັນດາມະຕິຢູ່ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງຈິດໃຈແກ່ນສານນີ້:
TAG
VOV/VOVworld/ມະຕິເລກທີ 71- ທ່ານ ຟ້າມງອກເຖືອງ/ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ/ອາຈານ ໂງເມົ້າຕິ່ງ/ຮອງຜູ້ອຳນວຍການໂຮງຮຽນສາມັນເຄິ່ງກິນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ເລິມຖຸຍ/ຕາແສງ ກີມເງິນ/ແຂວງ ກວາງຈີ້
Related








