VOV WorldVOV World
ມະ​ຕິ​ເລກ​ທີ 72 ມີ​ລະ​ດັບ​ຍຸດ​ທະ​ສາດ, ບຸກ​ທະ​ລຸ​ໃນ​ການ​ສົ່ງເສີມສຸ​ຂະ​ພາບ​ທົ່ວ​ປວງ​ຊົນ
24/09/2025 03:46
(VOVWORLD) - ຈາກທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ທີ່ “ຖືສຸຂະພາບແມ່ນທຶນທີ່ມີຄ່າທີ່ສຸດຂອງມະນຸດ ແລະ ສັງຄົມ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາຂອງປະເທດຊາດ”, ມີຫຼາຍແຜນນະໂຍບາຍໄດ້ປະກາດໃຊ້, ປະກອບສ່ວນຍົກສູງຄຸນນະພາບຊີວິດ, ເພີ່ມອາຍຸຍືນ, ຫລຸດອັດຕາສ່ວນຜູ້ເສຍຊີວິດ… ໃນນັ້ນ, ມະຕິເລກທີ 72 ຂອງກົມການເມືອງກ່ຽວກັບ “ບາງມາດຕະການບຸກທະລຸ, ເພີ່ມທະວີການປົກປ້ອງ, ສົ່ງເສີມ ແລະ ຍົກສູງສຸຂະພາບ ປຊຊ” (ມະຕິເລກທີ 72) ໄດ້ຮັບການປະກາດໃຊ້ ບໍ່ພຽງແຕ່ສືບທອດ, ພັດທະນາ ຫາກຍັງມີລະດັບຍຸດທະສາດ, ສະແດງໃຫ້ເຫັນບັນດາບຸລິມະສິດທີ່ໃໝ່ອຽມ, ຕອບສະໜອງຄຳຮຽກຮ້ອງຂອງໄລຍະພັດທະນາໃໝ່ຂອງປະເທດຊາດ.
ມະ​ຕິ​ເລກ​ທີ 72 ມີ​ລະ​ດັບ​ຍຸດ​ທະ​ສາດ,  ບຸກ​ທະ​ລຸ​ໃນ​ການ​ສົ່ງເສີມສຸ​ຂະ​ພາບ​ທົ່ວ​ປວງ​ຊົນ
ທ່ານເລຂາທິການໃຫ ຍ່ ໂຕເລິມ ( ພາບ: VGP/ ເຍິດບັກ)     ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕາງໜ້າກົມການເມືອງເຊັນປະກາດໃຊ້ມະຕິເລກທີ 72 ໃນວັນທີ 9 ກັນຍາ ປີ 2025. ມະຕິດັ່ງກ່າວບໍ່ພຽງແຕ່ມີລັກສະນະຮີບດ່ວນໃນສະເພາະໜ້າເທົ່ານັ້ນ, ຫາກຍັງມີຄວາມໝາຍຍຸດທະສາດອັນຍາວນານ, ເພື່ອແນໃສ່ຍົກສູງຂອບຂະໜາດ, ກຳລັງກາຍ, ພູມປັນຍາ, ຈິດໃຈຂອງຊາວ ຫວຽດນາມ ໃນສັງກາດພັດທະນາໃໝ່ອີກດ້ວຍ.   ນັບແຕ່ເມື່ອສ້າງຮ່າງມະຕິ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງມະຕິຕ້ອງມີລັກສະນະຍຸດທະສາດ, ລັກສະນະກະທຳ ແລະ ບຸກທະລຸ “ບໍ່ໃຊ້ທິດສະດີຫຼາຍ” ແລະ ຮັບປະກັນລັກສະນະເປັນໄປໄດ້, ຍົກອອກບັນດາມາດຕະການ ແລະ ເງື່ອນໄຂໄປພ້ອມເພື່ອຜັນຂະຫຍາຍ:               ການສຳຮອງແມ່ນແກ່ນສານ, ຮາກຖານແມ່ນພື້ນຖານ- ປຊຊ ແມ່ນໃຈກາງ. ເປົ້າໝາຍແມ່ນເພີ່ມອາຍຸຍືນ, ສຸຂະພາບເຂັ້ມແຂງ, ຫຼຸດ ຜ່ອ ນ ຄ່າໃຊ້ຈາຍໃຫ້ຄົນເຈັບ, ຫັນລະບົບເປັນດີຈີຕອນ, ປັບປຸງການແພດຮາກຖານ, ຍົກສູງຄຸນນະພາບການບໍລິການ ແລະ ຄວາມ ເພິ່ງ ພໍໃຈຂອງ ປຊຊ.
TAG
VOV/VOVworld/ມະ​ຕິ​ເລກ​ທີ 72/ສົ່ງເສີມ/ປົກປ້ອງສຸຂະພາບຂອງ ປຊຊ/ທ່ານຮອງສາດສະດາຈານ/ປະລິນຍາເອກ ດ່າວຊວັນເກີ/ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ