ມະຫາໄຊລະດູບານໃຫມ່ປີ 1975: ພື້ນຖານເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃຫມ່
24/04/2025 10:13
(VOVWORLD) - ຊຸມມື້ນີ້ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນສະເຫລີມສະຫລອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ມະຫາໄຊລະດູບານໃຫມ່ປີ 1975 ແມ່ນໝາກຜົນອັນຍິ່ງໃຫຍ່ຂອງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຂອງເຈດຈຳນົງທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄວາມຄາດຫວັງສັນຕິພາບ. ພາຍຫລັງເຄິ່ງສັດຕະວັດ, ຈິດໃຈຈອມໄວ, ກ້າຫານ ຂອງການບຸກໂຈມຕີຂະຫນາດໃຫຍ່ໃນເມື່ອກ່ອນ ສືບຕໍ່ໄດ້ພາຊາດ ຫວຽດນາມ ໃນການພິຊິດບັນດາເປົ້າໝາຍໃຫມ່ຂອງສັງກາດບືນຕົວຂຶ້ນ.

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ "ມະຫາໄຊລະດູບານໃຫມ່ ປີ 1975 ກັບສັງກາດພັດທະນາໃຫມ່ຂອງຊາດ ຫວຽດນາມ. (ພາບ:VOV) ໄລຍະ 50 ປີແຫ່ງວັນທ້ອນໂຮມປະເທດຊາດ ແມ່ນວິວັດການເພື່ອໃຫ້ ຫວຽດນາມ ຈົດຈຳບັນດາຫນ້າປະຫວັດສາດອັນສະຫງ່າອົງອາດຂອງປະເທດຊາດ, ຕີລາຄາເອົາບົດຮຽນມາໝູນໃຊ້ໃນວິວັດການສູ້ຊົນສ້າງສາ ແລະ ພັດທະນາປະເທດຊາດ.
TAG
VOV/VOVworld/ໄຊຊະນະວັນທີ 30 ເມສາ/ເສດຖະກິດສັງຄົມຢ່າງມີໄຊ/ກ້າວເຂົ້າສູ່ສັງກາດໃຫມ່
Related








