VOV WorldVOV World
ນຳເອົາວິທະຍາສາດ, ເຕັກໂນໂລຊີ ເຂົ້າໃນການພັດທະນາຂອງປະເທດຊາດໃຫ້ຖືກກັບທີ່ຕັ້ງ
02/01/2025 09:00
(VOVWORLD) - ມະຕິເລກທີ 57 ໂດຍກົມການເມືອງປະກາດໃຊ້ຫວ່າງແລ້ວນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນແຫ່ງຊາດ. ມະຕິສະແດງໃຫ້ເຫັນຄວາມຄາດຫວັງບືນຕົວຂຶ້ນຂອງຊາດ ຫວຽດນາມ. ມະຕິສຸມໃສ່ແກ້ໄຂບັນດາຈຸດອຸດຕັນເພື່ອປົດປ່ອຍກຳລັງປະດິດຄິດສ້າງ, ກຳລັງແຮງງານ ແລະ ແຫລ່ງກຳລັງລົງທຶນຂອງທົ່ວສັງຄົມໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈີຕອນ.
ນຳເອົາວິທະຍາສາດ, ເຕັກໂນໂລຊີ ເຂົ້າໃນການພັດທະນາຂອງປະເທດຊາດໃຫ້ຖືກກັບທີ່ຕັ້ງ
ສູນນະວັດຕະກຳແຫ່ງຊາດ - ເຂດອຸດສາຫະກຳສູງ ຮວ່າລາກ. (ພາບ:Tin tức/TTXVN) ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນເງື່ອນໄຂທຳອິດ, ກາລະໂອກາດດີທີ່ສຸດເພື່ອໃຫ້ ຫວຽດນາມ ພັດທະນາໃຫ້ມີຄວາມຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງໃນສັງກາດໃຫມ່. ເນື້ອໃຈຈິດໃຈຂອງມະຕິ ແມ່ນເພື່ອໃຫ້ປະເທດຊາດຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ແຕ່ລະບຸກຄົນ, ອົງການຈັດຕັ້ງຕ້ອງມີຄວາມຄາດຫວັງໃນການເຮັດວຽກ ແລະ ອຸທິດສ່ວນ.
TAG
VOV/VOVworld/ເຕັກໂນໂລຊີ/ນະວັດຕະກຳ/ຫັນເປັນດິຈິຕອນ