VOV WorldVOV World
ພັດທະນາເສດຖະກິດທາງທະເລເພື່ອພັດທະນາເສດຖະກິດຂອງປະເທດຊາດ
24/10/2024 09:59
(VOVWORLD) - ພັດທະນາເສດຖະກິດທາງທະເລ ແລະ ພື້ນທີ່ທະເລແຫ່ງຊາດ ແມ່ນຫນຶ່ງໃນບັນດາຫນ້າທີ່ຕົ້ນຕໍ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກມາໃນບົດລາຍງານຕໍ່ສະພາແຫ່ງຊາດ ເມື່ອວັນໄຂກອງປະຊຸມສະໄຫມສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຫວຽດນາມຊຸດທີ XV ໃນວັນທີ 21 ຕຸລາ. ໃນສະພາບການຊື່ງສະຕະວັດທີ XXI ໄດ້ຮັບຖືວ່າແມ່ນສະຕະວັດຂອງທະເລຫລວງ (ມະຫາສະມຸດ), ເລື່ອງບືນຕົວອອກສູ່ທະເລ” ໄດ້ກາຍເປັນທ່າອ່ຽງໃຫຍ່, ໄດ້ຮັບການກຳນົດທິດສຳຄັນໃຫ້ແກ່ທັງໝົດປະເທດທີ່ມີທະເລ, ໃນນັ້ນ ມີ ຫວຽດນາມ.
ພັດທະນາເສດຖະກິດທາງທະເລເພື່ອພັດທະນາເສດຖະກິດຂອງປະເທດຊາດ
ເຂດເສດຖະກິດ ເວີນຟອງ. ພາບ: VOV    ປະຈຸບັນ ມີປະມານ 19 ລ້ານຄົນ, ແມ່ນກວມກວ່າ 50% ຈຳນວນພົນລະເມືອງທີ່ດຳລົງຊີວິດຢູ່ 28 ແຂວງ, ນະຄອນ ແຄມທະເລ ແລະ ປະມານ 50% ບັນດາຕົວເມືອງໃຫຍ່ຂອງ ຫວຽດນາມ ໂດຍສຸມໃສ່ຢູ່ເຂດແຄມທະເລ ແລະ ຢູ່ເກາະ.
TAG
VOV/VOVworld/ບືນຕົວຂຶ້ນ/ຄວາມໝັ້ນຄົງ/ເສດຖະກິດທາງທະເລ