VOV WorldVOV World
ປີ 2025: ໃຫ້ບຸລິມະສິດການເຕີບໂຕ, ສູ້ຊົນ GDP ບັນລຸປະມານ 8%
05/12/2024 09:53
(VOVWORLD) - ປິ 2025, ຫວຽດນາມ ຕ້ອງໃຫ້ບຸລິມະສິດແກ່ການເຕີບໂຕ, ສູ້ຊົນ GDP ເພີ່ມຂຶ້ນປະມານ 8%, ກໍ່ສ້າງສຳເລັດເສັ້ນທາງບົກຄວາມໄວສູງຢ່າງຫນ້ອຍສຸດ 3.000 km. ນີ້ແມ່ນບັນດາເປົ້າໝາຍສຳຄັນ ຊື່ງລັດຖະບານຕ້ອງສູ້ຊົນປະຕິບັດໃຫ້ສຳເລັດ, ປະກອບສ່ວນສ້າງປະຖົມປັດໄຈເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບືນຕົວຂຶ້ນສ້າງຄວາມຮັ່ງມີ,ເຂັ້ມແຂງ, ຈະເລີນຮຸ່ງເຮືອງຂອງປະເທດຊາດ.
ປີ 2025: ໃຫ້ບຸລິມະສິດການເຕີບໂຕ, ສູ້ຊົນ GDP  ບັນລຸປະມານ 8%
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດ ໃນຕອນເຊົ້າວັນທີ 1/12. (ພາບ:VGP/Nhật Bắc) ກ່າວຄຳເຫັນທີ່ກອງປະຊຸມທົ່ວປະເທດກ່ຽວກັບການຊາບຊືມ, ຜັນຂະຫຍາຍການສະຫລຸບການປະຕິບັດມະຕິເລກທີ 18 ຂອງຄະນະບໍລິຫານສູນກາງພັກຊຸດທີ XII ຊື່ງດຳເນີນໃນຕອນເຊົ້າວັນທີ 1 ທັນວາຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ: ຕ້ອງສຸມແຫລ່ງກຳລັງເພື່ອພັດທະນາປະເທດຊາດ.
TAG
VOV/VOVworld/ການ​ໃຊ້​ສອຍ/ພື້​ນ​ຖານ​ດ້ານ​ວັດ​ຖຸ/ກຳ​ລັງ​ຫນູນ​ເຕີບ​ໂຕ