VOV WorldVOV World
ສ້າງກົງຈັກໃຫ້ກະທັດລັດ: ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ
06/03/2025 09:49
(VOVWORLD) - ການປະຕິບັດການສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດຢ່າງຂ້ຽວຂາດ, ຄົບຊຸດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ ຫວຽດນາມ. ແຜນນະໂຍບາຍນີ້ ຫວຽດນາມ ພວມຍູ້ແຮງ, ປະຕິບັດຢ່າງວ່ອງໄວທີ່ສຸດຈາກສູນກາງລົງຮອດຮາກຖານ. ຫວ່າງແລ້ວນີ້ ວັນທີ 28 ກຸມພາ ປີ 2025 ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ ການສະຫລຸບເລກທີ 127 KL/TW ຂອງສູນກາງກ່ຽວກັບການຜັນຂະຫຍາຍການຄົ້ນຄ້ວາ, ສະເຫນີສືບຕໍ່ສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງ ອີກຄັ້ງຫນຶ່ງໄດ້ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈໃນເນື້ອໃນຈິດໃຈການສ້າງກົງຈັກໃຫ້ກະທັດລັດ.
ສ້າງກົງຈັກໃຫ້ກະທັດລັດ: ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ
      ວາລະສານກອມມູນິດ ຈັດກອງປະຊຸມຜັນຂະຫຍາຍຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານຢູ່ ຮ່າໂນ້ຍ ໃນວັນທີ 28 ກຸມພາ.(ພາບ: daibieunhandan.vn )  ທັງລະບົບການເມືອງ ພ້ອມກັນປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ. ນີ້ແມ່ນການຫັນປ່ຽນທີ່ຈຳເປັນໃຫ້ແກ່ການພັດທະນາລວມ ແລະ ທັງໝົດກໍ່ແມ່ນເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ.
TAG
VOV/VOVworld/ອົງຄະນະພັກຂັ້ນຕາແສງ/ກົງຈັກການຈັດຕັ້ງໃຫ້ກະທັດລັດ