ສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງ ຫວຽດນາມ
16/01/2025 09:54
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພວມມີການຢ້ຽມຢາມ ສ. ໂປໂລຍ, ສ. ເຊັກໂກ, ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ເວທີປາໄສເສດຖະກິດໂລກ (WEF) ຢູ່ ດາໂວດ (Davos), ປະເທດ ສະວິດ ແລະ ເຮັດວຽກສອງຝ່າຍຢູ່ ສະວິດ ແຕ່ວັນທີ 15-23 ມັງກອນ. ການປະຕິບັດງານປະກອບສ່ວນເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນເລິກເຊິ່ງຂຶ້ນຕື່ມ, ຍົກສູງຖານະບົດບາດກວ່າອີກ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ, ສົ່ງສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງຊາດ, ດຶງດູດບັນດາແຫລ່ງກຳລັງສາກົນຢ່າງສຸດຂີດ ຮັບໃຊ້ບັນດາຄາດໝາຍແຫ່ງການພັດທະນາປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສ. ໂປໂລຍ. (ພາບ: VGP/Nhật Bắc) ການໄປຢ້ຽມຢາມແມ່ນມີຄວາມໝາຍສຳຄັນ, ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫລາຍຮູບແບບ, ຫລາຍຝ່າຍ, ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນຮອບດ້ານ, ເລິກເຊິ່ງ ແລະ ມີປະສິດທິຜົນຂອງ ຫວຽດນາມ.
TAG
VOV/VOVworld./WEF Davos/ເຕັກໂນໂລຊີ/ນະວັດຕະກຳ/ຂຶ້ນສູ່ລະດັບສູງໃຫມ່
Related








