VOV WorldVOV World
ສຳເລັດການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນ: ໝາກຜົນຂອງການເສີມຂະຫຍາຍປະຊາທິປະໄຕ
12/06/2025 09:23
(VOVWORLD) -ມີຄຳເຫັນປະກອບກວ່າ 280 ລ້ານ ຄຳເຫັນ, ດ້ວຍກວ່າ 99% ແມ່ນເຫັນດີ ນັ້ນແມ່ນໝາກຜົນທີ່ພົ້ນເດັ່ນພາຍຫລັງ1 ເດືອນທີ່ຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013. ນັ້ນແມ່ນຕົວເລກປະທັບໃຈ ສະແດງໃຫ້ເຫັນຄວາມເຫັນດີ ເປັນຈິດຫນຶ່ງໃຈດຽວ ມີຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ສຳລັບເອກະສານທີ່ມີລັກສະນະພື້ນຖານໃຫ້ແກ່ອະນາຄົດຂອງປະເທດຊາດ.
ສຳເລັດການຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນ: ໝາກຜົນຂອງການເສີມຂະຫຍາຍປະຊາທິປະໄຕ
ກ່ອນນີ້ 1 ເດືອນ (ວັນທີ 6 ພຶດສະພາ), ຮ່າງມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013 ໄດ້ຮັບການປະກາດ ແລະ ຮັບເອົາຄຳເຫັນປະກອບຈາກປະຊາຊົນຢ່າງກວ້າງຂວາງ. ເລ່ືອງປັບປຸງລັດຖະທຳມະນູນປີ 2013 ແມ່ນບາດກ້າວເດີນທີ່ມີລັກສະນະສ້າງສັນລະບອບລະບຽບການດ້ານບໍລິຫານຢ່າງເຂັ້ມແຂງ: ຫັນໄປຍັງຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ສ້າງກົງຈັກໃຫ້ກະທັດລັດ, ສັບຊ້ອນອົງການຈັດຕັ້ງການເມືອງ ສັງຄົມ ແລະ ພິເສດ ແມ່ນຫັນລະບອບລະບຽບການສິດເປັນເຈົ້າຂອງປະຊາຊົນຢ່າງແຮງ. ຕາມບົດລາຍງາານຂອງລັດຖະບານ, ບັນດາອົງການຈັດຕັ້ງໃນທົ່ວປະເທດ ໄດ້ຈັດຫລາຍກວ່າ 280.000 ກອງປະຊຸມຜັນຂະຫຍາຍ, ຊາບຊຶມ ແລະ ບັນດາກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາຮັບເອົາຄຳເຫັນປະກອບໃສ່ຮ່າງມະຕິ; ຫລາຍທ້ອງຖິ່ນໄດ້ສ້າງບັນດາບັນຊີທີ່ຢູ່ລະອຽດເພື່ອຮັບເອົາຄຳເຫັນປະກອບຂອງປະຊາຊົນຈາກຫລາຍແຫລ່ງແຕກຕ່າງກັນ. ພາບປະກອບ: ບັນດາສະມາຊິກສະພາແຫ່ງຊາດລົງຄະແນນສຽງ. (ພາບ: Ảnh:  quochoi.vn ) ບາງທ້ອງຖິ່ນໄດ້ສ້າງລາຍການ ດ້ວຍຮູບການທາງອອນລາຍ ປະຊາຊົນປະຕິບັດການປະກອບຄຳເຫັນຜ່ານ Google Form ແລະ ອີເມວ, ພິເສດ ແມ່ນຮັບເອົາຄຳເຫັນຂອງປະຊາຊົນຜ່ານ ແອັບ VNeID. ພຽງໃນເວລາເກືອບ 1 ເດືອນ, ໄດ້ມີກວ່າ 20 ລ້ານເທື່ອຄົນເຂົ້າຮ່ວມການປະກອບຄຳເຫັນໂດຍກົງຜ່ານ ແອັບ VNeID. ປະຊາຊົນຜູ້ຫນຶ່ງຢູ່ແຂວງ ກວ໋າງນີງ ແບ່ງປັນວ່າ:                     “ເນື້ອໃນທັງໝົດລ້ວນແຕ່ໄດ້ຮຽບຮຽງຄົບແລ້ວເຮົາພຽງໝາຍໃສ່ ພາຍຫລັງທີ່ໄດ້ຕື່ມຂໍ້ມູນຄົບຖ້ວນ. ເຮັດແບບນີ້ແມ່ນວ່ອງໄວ ແລະ ງ່າຍດາຍ. ພວກຂ້າພະເຈົ້າກໍ່ຮັບຮູ້ວ່າ ນີ້ແມ່ນຫນ້າທີ່ດ້ານການເມືອງທີ່ສຳຄັນ. ປະຊາຊົນສ່ວນຫລາຍ ປະຈຸບັນ ລ້ວນແຕ່ນຳໃຊ້ Smartphone  ບໍ່ຕ້ອງໄປໃສແຕ່ກໍ່ສາມາດປະຕິບັດໂດຍກົງໄດ້”
TAG
VOV/VOVworld/ປັບປຸງລັດຖະທຳມະນູນປີ 2013/ຄຳເຫັນປະກອບ