ການເຈລະຈາ ອາເມລິກາ - ອີຣານ ປະລາໄຊ, ການປະທະກັນຢູ່ ຕາເວັນອອກກາງ ມີຄວາມສ່ຽງເກີດຂຶ້ນຄືນໃໝ່
14/04/2026 08:44
[VOVWORLD] - ບໍ່ທໍ້ໃຈຫຼາຍຍ້ອນຮອບເຈລະຈາຢູ່ Islamabad ຖືກປະລາໄຊ, ແຕ່ປະຊາຄົມສາກົນກໍ່ອອກສຽງກ່າວເຕືອນກ່ຽວກັບບັນດາການກະທຳທີ່ອາດຈະພາໃຫ້ການປະທະກັນຢູ່ ຕາເວັນອອກກາງ ເຄັ່ງຕຶງໂດຍໄວ.

ການເຈລະຈາໂດຍກົງຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ອີຣານ ນັບແຕ່ເມື່ອເກີດການປະທະກັນຢູ່ ຕາເວັນອອກກາງ ໄດ້ສິ້ນສຸດລົງໃນຄວາມປະລາໄຊ, ອັນໄດ້ເຮັດໃຫ້ຄວາມສ່ຽງເກີດການປະທະກັນຄືນໃໝ່ດ້ວຍລະດັບສູງກວ່າ. ເຖິງຢ່າງໃດກໍ່ຕາມ, ເລື່ອງ 2 ຝ່າຍເຫັນດີດຳນີນການເຈລະຈາຂັ້ນສູງໂດຍກົງໄດ້ສະແດງໃຫ້ເຫັນວ່າ ໃນຈຸດເວລາປະຈຸບັນ, ມາດຕະການດ້ານການທູດຍັງຄົງແມ່ນບຸລິມະສິດຂອງບັນດາຝ່າຍ. ວັນທີ 11 ເມສາ, ການເຈລະຈາຢູ່ນະຄອນຫຼວງ Islamabad (ປາກິດສະຖານ) ລະຫວ່າງຄະນະຜູ້ແທນ ອາເມລິກາ, ໂດຍທ່ານ J.D Vance, ຮອງປະທານາທິບໍດີ ອາເມລິກາ ນຳໜ້າ, ແລະ ຄະນະຜູ້ແທນ ອີຣານ, ໂດຍທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ນຳໜ້າ, ໄດ້ສິ້ນສຸດລົງພາຍຫຼັງການເຮັດວຽກເປັນເວລາ 21 ຊົ່ວໂມງ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດ.
TAG
VOV/VOVWORLD/ຜະລິດ/ອາວຸດ/ການທູດ/ຄວາມໝາຍ/ຕັ້ງໜ້າ
Related
More








