ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025
08/05/2025 07:00
(VOVWORLD) - ວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ.

ມີຜູ້ແທນ 2.700 ທ່ານເຂົ້າຮ່ວມວັນບຸນວິສາຂະບູຊາ Vesak 2025, ໃນນັ້ນມີຜູ້ແທນສາກົນ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄ້ນ. (ພາບ:Vĩnh Phong/VOV5) ມີຜູ້ແທນ 2.700 ທ່ານເຂົ້າຮ່ວມວັນບຸນວິສາຂະບູຊາ Vesak 2025, ໃນນັ້ນມີຜູ້ແທນສາກົນ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄ້ນ, ມີບົດປະກອບຄຳເຫັນກວ່າ 1.000 ບົດໄດ້ສະແດງໃຫ້ເຫັນຄວາມດຶງດູດຂອງຫນຶ່ງໃນບັນດາເຫດການວັດທະນະທຳສາສະຫນາສາກົນໃຫຍ່ສຸດໂດຍໄດ້ຮັບການຮັບຮູ້ຈາກ ສປຊ. ນີ້ເປັນຄັ້ງທຳອິດນະຄອນໂຮ່ຈິມິນ ເປັນເຈົ້າພາບຈັດຕັ້ງວັນບຸນດັ່ງກ່າວ ແຕ່ແມ່ນຄັ້ງທີ 4 ຂອງຫວຽດນາມ ຊ່ວຍກຳນົດທີ່ຕັ້ງ ຫວຽດນາມໃນເວທີປາໄສພຸດທະສາສະຫນາສາກົນ.
TAG
VOV/VOVworld/ພຸດທະສາສະຫນາ/ຈິດວິນຍານ/ສິດເສລີໃນການເຊື່ອຖືສາສະຫນ/Vesak
Related








