VOV WorldVOV World
ສື່ມວນຊົນປະຕິວັດ ແລະ ພາລະກຳຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ
19/06/2025 10:05
(VOVWORLD) - ໃນຊຸມມື້ນີ້ ຫວຽດນາມ ພວມສະເຫລີມສະຫລອງ 100 ປີແຫ່ງວັນສື່ມວນຊົນປະຕິວັດ (ວັນທີ 21 ມິຖຸນາ ປີ 1925 - ວັນທີ 21 ມິຖຸນາປີ 2025). ໃນຕະຫລອດວິວັດການນີ້ ສື່ມວນຊົນປະຕິວັດ ຫວຽດນາມຍາມໃດກໍ່ຈົງຮັກພັກດີກັບຄະຕິທຳເປົ້າໝາຍທີ່ວາງອອກຈາກເບື້ອງຕົ້ນ ກາຍເປັນອາວຸດແຫລມຄົມ ຮ່ວມເດີນທາງພ້ອມກັບປະເທດຊາດໃນບັນດາການຕໍ່ສູ້ທີ່ລຳບາກກາກກຳກໍ່ຄືໃນພາລະກິດແຫ່ງການສ້າງສາປະເທດຊາດ.
ສື່ມວນຊົນປະຕິວັດ ແລະ ພາລະກຳຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນ
ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີ໋ນ ມອບຂອງຂວັນອວຍພອນບັນດານັກຂ່າວເນື່ອງໃນໂອກາດ 100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ. (ພາບ: VOV) ດ້ວຍຂີດໝາຍທຳອິດແມ່ນ ຫນັງສືພິມແທງນຽນ (ຊາວຫນຸ່ມ) ໂດຍ  ທ່ານ ຫງວຽນອາຍກວັກ ກໍ່ຕັ້ງ, ພິມຈຳຫນ່າຍດ້ວຍພາສາແຫ່ງຊາດ, ອອກສະບັບທຳອິດໃນວັນທີ 21 ມິຖຸນາປີ 1925,  ສື່ມວນຊົນປະຕິວັດໄດ້ສ້າງຂຶ້ນຄືດັ່ງຄວາມຈຳເປັນທີ່ແນ່ນອນຂອງປະຫວັດສາດ.
TAG
VOV/VOVworld/ສື່ມວນຊົນ/ເຕັກໂນໂລຊີສື່ສານ/ຫນັງສືພິມ