115 ບົດໜັງສືພິມໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013
22/06/2014 10:43
(vovworld)- 115 ບົດໜັງສືພິມທີ່ດີເດັ່ນຂອງບັນດານັກຂ່າວຢູ່ບັນດາອົງການ, ສຳນັກງານສື່ມວນຊົນໃນທົ່ວປະເທດໄດ້ຮັບການເຊີດຊູ....
ທ່ານ ດິງເທ້ຮິງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກແລະ ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຂຶ້ນມອບລາງວັນ ໃຫ້ແກ່ ບັນດາບົດໜັງສືພິມໄດ້ຮັບລາງວັນ A (vovworld)- 115 ບົດໜັງສືພິມທີ່ດີເດັ່ນຂອງບັນດານັກຂ່າວຢູ່ບັນດາອົງການ, ສຳນັກງານສື່ມວນຊົນໃນທົ່ວປະເທດໄດ້ຮັບການເຊີດຊູທີ່ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013 ຊຶ່ງຈັດຂຶ້ນໃນຕອນຄຳ່ວັນທີ 21/6 ຢູ່ຮ່າໂນ້ຍ. ນີ້ແມ່ນບັນດາບົດໜັງສືພິມທີ່ມີຄຸນນະພາບສູງທາງດ້ານແນວຄິດ, ການເມືອງ, ມີເນື້ອໃນດູດດື່ມ, ມີປະສິດທິຜົນສັງຄົມສູງ....ກ່າວຄຳເຫັນທີ່ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013, ທ່ານ ດິງເທ້ຮິງ ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ຍ້ອງຍໍຊົມເຊີຍບັນດາຄວາມພະຍາຍາມຢ່າງໃຫຍ່ຫຼວງຂອງຖັນແຖວຜູ້ເຮັດວຽກງານສື່ມວນຊົນທົ່ວປະເທດ ແລະ ອວຍພອນບັນດາຜົນງານຂອງຂະແໜງສື່ມວນຊົນ. ທ່ານ ດິງເທ້ຮິງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວວ່າ : “ ຂ້າພະເຈົ້າສະເໜີຖັນແຖວຜູ້ເຮັດວຽກງານສື່ມວນຊົນສືບຕໍ່ຍູ້ແຮງການຕໍ່ສູ້ປ້ອງກັນ ແລະ ຕ້ານໄພອາດຍາສິດ, ສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ ແລະ ໄພສັງຄົມດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບສູງ, ປະກອບສ່ວນສະກັດກັ້ນສະພາບເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດໃນພັກ ແລະ ໃນສັງຄົມ. ສື່ມວນຊົນຕ້ອງແມ່ນກຳລັງແກ່ນສານເພື່ອຕໍ່ສູ້ຕ້ານກົນອຸບາຍຜັນແປສັນຕິພາບ, ປະຕິເສດບັນດາຂ່າວຄາວເສກສັ້ນປັ້ນແຕ່ງ, ຜິດພາດຂອງບັນດາກຳລັງເປັນປໍລະປັກ. ຂ້າພະເຈົ້າເຊື່ອແນວ່າ ສື່ມວນຊົນຫວຽດນາມຈະສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີ ໃນ 89 ປີ ທີ່ຜ່ານມາ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ ” ໃນການມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013, ວິທະຍຸກະຈາຍສຽງຫວຽດນາມໄດ້ຮັບ 11 ລາງວັນ. ໃນນັ້ນ, ມີ 2 ລາງວັນ A .
TAG
vov/vovworld/ລາງວັນ/ສື່ມວນຊົນ
Related





