ອາເມລິກາ ແລະ ອີຣານ ຢຸດຍິງຊົ່ວຄາວໃນເວລາ 2 ອາທິດເພື່ອເຈລະຈາ
08/04/2026 08:50
[VOVWORLD] - ເມື່ອຂຽນໃນສື່ສັງຄົມອອນໄລ Truth Social ຕອນບ່າຍວັນທີ 07 ເມສາ (ຕາມເວລາ ວໍຊິງຕັນ), ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະຢຸດຕິຊົ່ວຄາວບັນດາການບຸກໂຈມຕີແນໃສ່ ອີຣານ ໃນໄລຍະເວລາ 2 ອາທິດ, ພາຍຫຼັງທີ່ ປາກິດສະຖານ ຮຽກຮ້ອງຕໍ່ກຳນົດເວລາໃຫ້ແກ່ຄວາມມານະພະຍາຍາມທາງການທູດ.

ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພັນລະນາວ່າ ນີ້ແມ່ນ “ຄຳສັ່ງຢຸດຍິງສອງສົ້ນ”, ພ້ອມທັງຢັ້ງຢືນວ່າ ວໍຊິງຕັນ ກໍພວມ ໃກ້ຈະ ໄປເຖິງຂໍ້ຕົກລົງກ່ຽວກັບສັນຕິພາບ ໄລຍະ ຍາວກັບ ອີຣານ ກໍຄື ສັນຕິພາບຢູ່ຕາເວັນອອກກາງຢ່າງ ເດັດຂາດ . ການນຳ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ໄດ້ຮັບຂໍ້ສະເໜີແນະ 10 ຂໍ້ຈາກ ອີຣານ ແລະ ຕີລາຄາວ່າ ນີ້ແມ່ນພື້ນຖານທີ່ມີຄວາມເປັນໄປໄດ້ເພື່ອດຳເນີນການເຈລະຈາ. ໃນຂະນະນັ້ນ, ວັນທີ 08 ເມສາ, ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ໄດ້ຢັ້ງຢືນກ່ຽວກັບຂໍ້ຕົກລົງຢຸດຍິງທີ່ແກ່ຍາວ 2 ອາທິດ ໂດຍ ປາກິດສະຖານ ເປັນກາງ ແລະ ໄດ້ຮັບຮອງເອົາພາຍໃຕ້ຄວາມເຫັນດີຈາກທ່ານ Mojtaba Khamenei ຜູ້ນຳສູງສຸດ ອີຣານ. ຝ່າຍ ເຕເຮຣານ ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງ ໄລຍະ ຍາວນານ ຈະຈັດຂຶ້ນໃນວັນທີ 10 ເມສາ ຢູ່ນະຄອນຫຼວງ Islamabad ຂອງ ປາກິດສະຖານ. ໃນໄລຍະເວລາຢຸດຍິງ 2 ອາທິດ, ອີຣານ ໃຫ້ຄຳໝັ້ນສັນຍາຈະຮັບປະກັນຄວາມປອດໄພໃຫ້ແກ່ການໄປມາຜ່ານຊ່ອງແຄບທະເລ Hormuz ພາຍໃຕ້ການສົມທົບກັບກຳລັງປະກອບອາວຸດ ຂອງ ປະເທດນີ້.
TAG
VOV/VOVWORLD/ຢຸດຍິງຊົ່ວຄາວ/ເຈລະຈາ/ຂໍ້ຕົກລົງສັນຕິພາບ
Related
More




