ອາເມລິກາ ຢັ້ງຢືນຈະບໍ່ຜັນຂະຫຍາຍທະຫານບົກຢູ່ ອີຣານ, ບັ້ນຮົບອາດຈະສິ້ນສຸດໃນໄວໆນີ້
28/03/2026 07:53
(VOVWORLD) - ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ 2 – 3 ອາທິດຈະມາເຖິງ.

ວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ ວໍຊິງຕັນ ຄາດວ່າ ບັ້ນການທະຫານເລັ່ງໃສ່ ອີຣານ ຈະສິ້ນສຸດລົງໃນຮອບເວລາ 2 – 3 ອາທິດຈະມາເຖິງ, ພ້ອມທັງຢັ້ງຢືນບັນດາເປົ້າໝາຍວາງອອກ ອາດຈະບັນລຸໄດ້ ໂດຍບໍ່ຕ້ອງຜັນຂະຫຍາຍກຳລັງທະຫານບົກດ້ວຍຂອບຂະໜາດໃຫຍ່. ເມື່ອກ່າວຄຳເຫັນຢູ່ ປາຣີ, ປະເທດ ຝລັ່ງ, ພາຍຫຼັງປະຊຸມກັບບັນດາຄູ່ຮ່ວມມືກຸ່ມ G7 (ກຸ່ມບັນດາພື້ນຖານເສດຖະກິພັດທະນາແຖວໜ້າໂລກ, ລວມມີ ອາເມລິກາ, ຍີ່ປຸ່ນ, ອັງກິດ, ຝລັ່ງ, ອີຕາລີ ແລະ ການາດາ), ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ບັ້ນຮົບພວມໄດ້ດຳເນີນ “ຖືກຕ້ອງ ຫຼື ໄວກວ່າຄວາມຄືບໜ້າ” ແລະ ອາດຈະສາມາດສຳເລັດໃນໄລຍະເວລາສັ້ນກວ່າການຄາດຄະເນໃນເບື້ອງຕົ້ນ. ເຖິງຢ່າງໃດກໍຕາມ, ທ່ານກໍຍອມຮັບວ່າ ອາເມລິກາ ຍັງຄົງຜັນຂະຫຍາຍທະຫານບົກໄປຍັງພາກພື້ນດັ່ງກ່າວຕື່ມອີກ ແນໃສ່ ສ້າງ “ຄວາມໄຫວພິບທີ່ດີທີ່ສຸດ” ໃຫ້ແກ່ທ່ານປະທານາທິບໍດີໃນການແກ້ໄຂບັນດາກໍລະນີເກີດຂຶ້ນແບບບັງເອີນ.
TAG
VOV/VOVworld/ຜັນຂະຫຍາຍທະຫານບົກຢູ່ ອີຣານ/ການປະທະກັນລະຫວ່າງ ອາເມລິກາ/ອິດສະຣາແອັນ ແລະ ອີຣານ
Related
More




