ການປະທະກັນຢູ່ຕາເວັນອອກກາງ: ປະທານາທິບໍດີ ລີບັງ ຮຽກຮ້ອງຄວາມສາມັກຄີ ເມື່ອການເຈລະຈາກ້າວເຂົ້າສູ່ “ຈຸດເວລາຕັດສິນ”
18/04/2026 09:27
[VOVWORLD] - ໃນສະພາບການຄຳສັ່ງຢຸດຍິງຊົ່ວຄາວກັບ ອິດສະຣາແອັນ ຫາກໍ່ມີຜົນສັກສິດ, ວັນທີ 17 ເມສາ, ທ່ານປະທານາທິບໍດີ ລີບັງ Joseph Aoun ກ່າວເຕືອນວິວັດທະນາການເຈລະຈາລະຫວ່າງປະເທດນີ້ ແລະ ອິດສະຣາແອັນ ພວມກ້າວເຂົ້າສູ່ໄລຍະ “ສະດຸ້ງໄວ ແລະ ມີລັກສະນະຕັດສິນ”, ຮຽກຮ້ອງໃຫ້ມີຫຼັກໝັ້ນທີ່ເປັນເອກະພາບກັນ ໃນທົ່ວລະບົບການເມືອງພາຍໃນປະເທດ.

ເມື່ອກ່າວຄຳເຫັນໃນການພົບປະກັບບັນດາສະມາຊິກລັດຖະສະພາຢູ່ Beirut, ທ່ານ Aoun ເນັ້ນໜັກວ່າ ນີ້ແມ່ນຈຸດເວລາແກ່ນສານ, ຕ້ອງມີຄວາມເຫັນດີເຫັນພ້ອມລະດັບຊາດ ແນໃສ່ແກ້ໄຂຫຼາຍບັນຫາແກ່ນສານ, ລວມທັງການປັບປຸງຄຳສັ່ງຢຸດຍິງ, ຮັບປະກັນໃຫ້ກອງທັບ ອິດສະຣາແອັນ ຖອນຕົວອອກຈາກເຂດດິນແດນທາງທິດໃຕ້ທີ່ພວມຖືກຢຶດຄອງ, ຊຸກຍູ້ການປ່ອຍຊະເລີຍເສິກເປັນອິດສະຫຼະ ແລະ ແກ້ໄຂບັນດາການຂັດແຍ້ງຊາຍແດນທີ່ຍັງຄົງຄ້າງ. ຄຳສັ່ງຢຸດຍິງທີ່ແກ່ຍາວ 10 ວັນລະຫວ່າງ ອິດສະຣາແອັນ ແລະ ລີບັງ ມີຜົນສັກສິດຢ່າງເປັນທາງການ ໃນຄ່ຳຄືນວັນທີ 16 ເມສາ (ຕາມເວລາທ້ອງຖິ່ນ), ພາຍຫຼັງຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ຂໍ້ຕົກລົງນີ້ ແນໃສ່ຢຸດຕິການເພີ່ມທະວີການນຳໃຊ້ຄວາມຮຸນແຮງລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ທີ່ແກ່ຍາວໃນເວລາກວ່າ 1 ເດືອນ, ເຮັດໃຫ້ມີຜູ້ເສຍຊີວິດກວ່າ 2.000 ຄົນ./.
TAG
VOV/VOVWORLD/ການປະທະກັນຢູ່ຕາເວັນອອກກາງ/ປະທານາທິບໍດີ ລີບັງ/ຈຸດເວລາຕັດສິນ
Related
More




