VOV WorldVOV World
ອາເມລີກາມີຄຳໝັ້ນສັນຍາຈະຊອກຫາຕົວການໃນເຫດວາງລະເບີດຢູ່ Boston
17/04/2013 08:20
ມາ​ຮອດ​ຈຸ​ດ​ເວລາ​ນີ້​ ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ
ອາເມລີກາມີຄຳໝັ້ນສັນຍາຈະຊອກຫາຕົວການໃນເຫດວາງລະເບີດຢູ່ Boston
ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ ພາບ:internet (vovworld)- ຕາມ​ຂ່າວ​ຄາວ​ຫລ້າ​ສຸດ​ຈາກ​ບັນດາ​ນັກ​ສືບສວນ​ອາ​ເມ​ລິ​ກາ​ແລ້ວ, ຫນຶ່ງ​ໃນ​ບັນດາ​ອຸປະ​ກອນ​ລະ​ເບີດ​ໃນ​ເຫດ​ວາງ​ລະ​ເບີດ​​ເປັນ​ສອງ​ຄັ້ງ​ຢູ່​ນະ​ຄອນ Boston ລັດ Massachusett ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/4 ແມ່ນຖືກ​ຕັ້ງ​ໃນ​ໝໍ້​ໃຊ້​ຄວາມດັນ ​ແລະ ຕັ້ງ​ເວລາ​ໃຫ້​ລະ​ເບ​ີດ. ມາ​ຮອດ​ຈຸ​ດ​ເວລາ​ນີ້​ ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກັບ​ບັນດາ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 16/4 ຕາມ​ເວລາ​ທ້ອງ​ຖິ່ນ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຍອມຮັບ​ວ່າ: ບັນດາ​ນັກ​ສືບສວນ​ບໍ່​ທັນ​ຮູ້​ໄດ້​ວ່າ ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ແມ່ນອົງການ​ກໍ່​ການ​ຮ້າຍ​ຫລື​ບຸກຄົນ​ໃດ​ຫນຶ່ງ​ບໍ່ພໍ​ໃຈ​ຕໍ່​ລະບອບ​ກໍ່​ຂຶ້ນ. ທ່ານ  Rick DesLauriers ນັກ​ສືບສວນ​ຊັ້ນ​ນຳ​ຂອງ​ກົມ​ສືບສວນ​ສະຫະລັດ (FBI) ຖະ​ແຫລ​ງວ່າ:        
TAG
ວາງລະເບີດ