ອາເມລິກາ ແລະ ຍີ່ປຸນເຫັນດີຮ່ວມມືເພື່ອຫລີກລ້ຽງບໍ່ໃຫ້ການພົວພັນຍີ່ປຸ່ນ - ຈິນຊົ່ວຮ້າຍ
17/09/2012 14:50
ວັນທີ 17/9, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Koichiro Gemba

ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ພາບ:internet (vovworld) - ວັນທີ 17/9, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ທ່ານ Leon Panetta ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Koichiro Gemba ແລະ ເຫັນດີວ່າ: ອາເມລິກາ ແລະ ຍີ່ປຸ່ນ ຄວນຮ່ວມມືເພື່ອຫລີກລ້ຽງບໍ່ໃຫ້ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ຈີນ ຖືກຊົ່ວຮ້າຍລົງ ພາຍຫລັງບັນດາການພິພາດປະຈຸບັນ. ທ່ານ Koichiro Gemba ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ຖືວ່າ: ຍີ່ປຸ່ນ ແລະ ຈີນ ຄວນເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ຫລີກລ້ຽງຄວາມເຄັ່ງຕຶງປີນຂັ້ນໄດ. ໃນການເຈລະຈາ, ລັດຖະມົນຕີທັງສອງທ່ານ ຍັງແລກປ່ຽນຄຳເຫັນກ່ຽວກັບການພົວພັນພວມຖືກທົດສອບລະຫວ່າງ ຍີ່ປຸ່ນ ແລະ ຈີນ ໃນໄລຍະມໍ່ໆມານີ້ ກໍຄືປັບປຸງການຮ່ວມມືປ້ອງກັນຊາດລະຫວ່າງ ອາເມລິກາ ແລະ ຍີ່ປຸ່ນ. ພາຍຫລັງການຢ້ຽມຢາມ ຍີ່ປຸ່ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Leon Panetta ຈະເດີນທາງຢ້ຽມຢາມ ຈີນ.
TAG
ອາເມລິກາ
Related






