ອາເມລິກາແລະອາຣັບບີຊາອຸດີດໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ
05/09/2015 07:48
(vovworl)- ວັນທີ 4/9, ທີ່ການເຈລະຈາຢູ່ທຳນຽບຂາວ, ປະທານາທິບໍດີ ອາເມລິກາ Barack Obama ແລະ ກະສັດ ອາຣັບບີ ຊາອຸດີດ Arabia Slaman

ປະທານາທິບໍດີ ອາເມລິກາ Barack Obama ແລະ ກະສັດ ອາຣັບບີ ຊາອຸດີດ Arabia Salman ພາບ:internet (vovworl)- ວັນທີ 4/9, ທີ່ການເຈລະຈາຢູ່ທຳນຽບຂາວ, ປະທານາທິບໍດີ ອາເມລິກາ Barack Obama ແລະ ກະສັດ ອາຣັບບີ ຊາອຸດີດ Arabia Salman ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບຢູ່ ຕາເວັນອອກກາງ ໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນເກີດຂຶ້ນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ກ່ຽວກັບຫລາຍບັນຫາໃນພາກພື້ນ. ທຳນຽບຂາວ ໃຫ້ຮູ້ວ່າ: ປະທານາທິບໍດີ B. Obama ແລະ ກະສັດ Salman ຢືນຢັນ ຄວນເພີ່ມທະວີບັນດາຄວາມມານະພະຍາຍາມຮັກສາຄວາມໝັ້ນຄົງ, ວັດທະນາຖາວອນ ແລະ ສະຖຽນລະພາບໃນພາກພື້ນ ພ້ອມກັບຮັບມືກັບບັນດາການເຄື່ອນໄຫວກໍ່ຂາດສະຖຽນລະພາບ ຂອງອີຣານ. ກະສັດ Salman ກໍສະແດງການສະຫນັບສະຫນູນແຜນການເຄື່ອນໄຫວຮ່ວມຮອບດ້ານລະຫວ່າງ ອີຣານ ກັບກຸ່ມ P5+1 ຊື່ງລວມມີ: ອັງກິດ, ຝລັ່ງ, ອາເລິກາ, ຈີນ ແລະ ເຢຍລະມັນ.
TAG
vovworld/ການຮ່ວມມືປ້ອງກັນຄວາມສະຫງົບ
Related






