ອາເມລິກາແລະNATOພວມກໍ່ຄວາມເສຍຫາຍໂດຍກົງເຖິງຜົນປະໂຫຍດດ້ານການເມືອງຂອງລັດເຊຍ
11/12/2014 08:32
(vovworld)-ອາເມລິກາ ແລະ NATO ຢາກ ເຮັດໃຫ້ ຢູແກຼນ ຂາດສະຖຽນລະພາບເພື່ອຄວບຄຸມໃນໄລຍະຍາວ,

ພົນເອກ Valery Gerasimov ຫົວຫນ້າກົມໃຫຍ່ເສນາທິການບັນດາກຳລັງປະກອບອາວຸດ ລັດເຊຍ ພາບ:baotintuc.vn (vovworld)-ອາເມລິກາ ແລະ NATO ຢາກ ເຮັດໃຫ້ ຢູແກຼນ ຂາດສະຖຽນລະພາບເພື່ອຄວບຄຸມໃນໄລຍະຍາວ, ກໍ່ຄວາມເສຍຫາຍໂດຍກົງເຖິງຜົນປະໂຫຍດທີ່ຕັ້ງການເມືອງຂອງລັດເຊຍ ແລະ ບັນດາວິວັດການເຊື່ອມໂຍງໃນໄລຍະຫລັງ ໂຊວຽດເກົ່າ. ນັ້ນແມ່ນຄຳຖະແຫລງຂອງ ພົນເອກ Valery Gerasimov ຫົວຫນ້າກົມໃຫຍ່ເສນາທິການບັນດາກຳລັງປະກອບອາວຸດ ລັດເຊຍ, ໃນການພົບປະເມື່ອວັນທີ 10/12 ກັບທູດທະຫານຕ່າງປະເທດປະຈຳ ມົດສະກູ ກວ່າ 70 ທ່ານ. ພົນເອກ Valery Gerasimov ຖືວ່າ: ອາເມລິກາ ແລະ ຝ່າຍຕາເວັນຕົກ ໄດ້ປະກາດເອກະສານປອມຫຫລາຍສະບັບຜ່ານເຄືອຂ່າຍ ອິນເຕີແນັດ ແລະ ບັນດາສື່ອອນລາຍສັງຄົມກ່ຽວກັບການເຂົ້າຮ່ວມ ຂອງພົນທະຫານ ລັດເຊຍ ໃນການປະທະກັນຢູ່ບັນດາແຂວງ Donetsk ແລະ Lugansk ຂອງ ຢູແກຼນ.
TAG
vovworld/ຜົນປະໂຫຍດ
Related






