ອາເມລິກາເລັ່ງລັດຈີນກ່ຽວກັບຄວາມຂັດແຍ້ງຢູ່ທະເລຕາເວນອອກ
10/07/2014 12:44
(vovworld)- ກ່າວຄຳປາໄສໄຂກອງປະຊຸມເຈລະຈາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຮອບທີ 6 ທີ່ປັກກີງ ເມື່ອວັນທີ 9/7

ກອງປະຊຸມເຈລະຈາຍຸດທະສາດ ແລະ ເສດຖະກິດອາເມລິກາ ແລະ ຈີນ ພາບ:antv.gov.vn (vovworld)- ກ່າວຄຳປາໄສໄຂກອງປະຊຸມເຈລະຈາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຮອບທີ 6 ທີ່ປັກກີງ ເມື່ອວັນທີ 9/7, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່າວເຕືອນບັນດາຄູ່ຮ່ວມມືຈີນວ່າ: ເລື່ອງຊອກວິທີສ້າງສະພາບການໃຫມ່ຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ ຊື່ງແມ່ນບ່ອນທີ່ປັກກີງ ມີຄວາມຂັດແຍ້ງກັບບັນດາປະເທດບ້ານໃກ້ເຮືອນຄຽງ ແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້. ທ່ານ Kerry ຊີ້ແຈ້ງວ່າ: ບັນດາປະເທດບໍ່ໄດ້ມີການກະທຳຕາມລຳພັງຝ່າຍດຽວເພື່ອຊຸກຍູ້ການທວງເອົາອະທິປະໄຕກໍຄືບັນດາຜົນປະໂຫຍດ ພ້ອມທັງເນັ້ນຫນັກວ່າ: ອາເມລິກາ ປາດຖະຫນາຢາກຝ່າຍຈີນບໍ່ໄປຝືນກັບບັນດາມາດຖານຂອງພາກພື້ນ ແລະ ໂລກ.
TAG
vovworld/vov/ຕາມລຳພັງຝ່າຍດຽວ
Related






