ຮ້າລອງ-ສະຖານທີ່ທ່ອງທ່ຽວຂຽວ,ໝັ້ນຄົງຂອງຫວຽດນາມ
11/12/2013 10:35
(vovworld)- ໃນຄໍລຳການທ່ອງທ່ຽວສາກົນ, ຫນັງສືພີມການເງິນລາຍວັນ ຂອງເມຊີໂກ ສະບັບອອກທ້າຍອາທິດຜ່ານຜ່າໄດ້ລົງພິມບົດຂຽນພ້ອມກັບຮູບພາບຍ້ອງຍໍ

ອ່າວຮ້າລອງ ພາບ:internet (vovworld)- ໃນຄໍລຳການທ່ອງທ່ຽວສາກົນ, ຫນັງສືພີມການເງິນລາຍວັນ ຂອງເມຊີໂກ ສະບັບອອກທ້າຍອາທິດຜ່ານຜ່າໄດ້ລົງພິມບົດຂຽນພ້ອມກັບຮູບພາບຍ້ອງຍໍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານຂອງ ອ່າວຮ້າລອງຂອງຫວຽດນາມ. ນັກຂຽນ Antonio Benitez Garcia ໄດ້ໄຈ້ແຍກຢ່າງຈະແຈ້ງຊື່ເອີ້ນຂອງອ່າວຮ້າລອງ, ທີ່ຕັ້ງພູມີສາດ ກໍຄືແນະນຳບັນດາສະຖານທີ່ດູດດື່ມໃນລາຍການຢ້ຽມຊົມອ່າວຮ້າລອງ ແລະ ຢືນຢັນວ່າ: ອ່າວຮ້າລອງຂອງຫວຽດນາມ ພວມກາຍເປັນຈຸດນັດພົບຂາດບໍ່ໄດ້ຖ້າຫາກນັກທ່ອງທ່ຽວໄປຢ້ຽມຢາມ ອາຊີ. ບົດຂຽນກໍຍ້ອງຍໍບໍລິການທີ່ເປັນຫລາຍຮູບຫລາຍແບບຢູ່ ຮ້າລອງ, ລາຍການທ່ອງທ່ຽວຢູ່ອ່າວຮ້າລອງ, ພິເສດບັນດາເຍື່ອງອາຫານພື້ນເມືອງຂອງຫວຽດນາມກໍຄືຄວາມຮັກແພງແຂກຂອງຊາວຫວຽດນາມ. ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນຂົງເຂດພັດທະນາການທ່ອງທ່ຽວ ສົມທົບກັບອະນຸລັກຮັກສາສິ່ງແວດລ້ອມ.
TAG
vovworld/vov/ທິວທັດທຳມະຊາດ/ອ່າວຮ້າລອງ
Related






