ອາຊຽນ + 3 ປຶກສາຫາລືມາດຕະການຮັບມືກັບຜົນກະທົບດ້ານເສດຖະກິດຈາກການປະທະກັນ ຕາເວັນອອກກາງ
09/04/2026 11:27
[VOVWORLD] - ເສດຖະກິດທົ່ວໂລກພວມປະເຊີນໜ້າກັບຄວາມສ່ຽງຊຸດໂຊມລົງຫຼາຍພໍສົມຄວນ ຍ້ອນຄວາມເຄັ່ງຕຶງດ້ານພູມມີສາດການເມືອງທີ່ເພີ່ມຂຶ້ນຢູ່ຕາເວັນອອກກາງ.

ວັນທີ 09 ເມສາ, ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ (ອາຊຽນ + 3) ໄດ້ແລກປ່ຽນຕີລາຄາ ແລະ ປຶກສາຫາລືຫຼາຍມາດຕະການຮັບມືກັບເສດຖະກິດ ໃນສະພາບການທີ່ຄວາມຂາດສະຖຽນລະພາບເພີ່ມຂຶ້ນຍ້ອນການປະທະກັນຢູ່ ຕາເວັນອອກກາງ, ເມື່ອຫຼາຍອົງການສາກົນກ່າວເຕືອນຄວາມສ່ຽງເສດຖະກິດທົ່ວໂລກຖືກຊຸດໂຊມ. ທີ່ກອງປະຊຸມ, ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານພັດທະນາ ອາຊີ (ADB) ກ່າວເຕືອນວ່າ ເສດຖະກິດທົ່ວໂລກພວມປະເຊີນໜ້າກັບຄວາມສ່ຽງຊຸດໂຊມລົງຫຼາຍພໍສົມຄວນ ຍ້ອນຄວາມເຄັ່ງຕຶງດ້ານພູມມີສາດການເມືອງທີ່ເພີ່ມຂຶ້ນຢູ່ຕາເວັນອອກກາງ. ບັນດາອົງການນີ້ຮຽກຮ້ອງໃຫ້ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍປີການເງິນຢ່າງທັນການ, ມີເປົ້າໝາຍ, ສົມທົບກັບນະໂຍບາຍເງິນຕາ ແລະ ເພີ່ມທະວີຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດ. ຄາດວ່າ, ໝາກຜົນຂອງກອງປະຊຸມຂັ້ນຮອງລັດຖະມົນຕີຄັ້ງນີ້ ຈະສ້າງສຳເລັດເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ + 3 ໃນເດືອນ ພຶດສະພາ ຈະມາເຖິງ.
TAG
VOV/VOVWORLD/ພູມມີສາດ/ການເມືອງ/ເພີ່ມຂຶ້ນ
Related





