ອາຊຽນ ຊຸກຍູ້ການສ້າງ ປະຊາຄົມເສດຖະກິດ
27/02/2012 10:24
ອາຊຽນ ຊຸກຍູ້ການສ້າງ ປະຊາຄົມເສດຖະກິດ

ມຸ້ງໄປເຖິງການສ້າງປະຊາຄົມເສດຖະກິດອາຊຽນ ໃນປີ 2015 (ພາບdanang.gov.vn) (vovworld)- ວັນທີ 27/2, ສະຫະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດກອງປະຊົມຂັ້ນລັດຖະມົນຕີເສດຖະກິດບໍ່ເປັນທາງການຄັ້ງທີ 18 ຢູ່ນະຄອນຫຼວງ Nay Pyi Taw ປະເທດມ້ຽນມາ ເພື່ອປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງວິວັດການສ້າງປະຊາຄົມເສດຖະກິດອາຊຽນ. ກອງປະຊຸມໂດຍທ່ານລັດຖະມົນຕີກະຊວງການຄ້າກຳປູເຈຍ Cham Pransidh ເປັນປະທານ ແລະ ມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດສະມາຊິກ, ທ່ານເລຂາທິການອາຊຽນ ສຸຣິນ ພິດສຸວັນ, ຜູ້ຕາງໜ້າສະຖານທູດບັນດາປະເທດ ອາຊຽນ ປະຈຳ ມ້ຽນມາ ແລະ ຄະນະເລຂາອາຊຽນ. ປະຈຸບັນ, ກຳປູເຈຍ ພວມຮັບປະກັນບົດບາດເປັນປະທານຜັດປ່ຽນຂອງ ອາຊຽນ. ກອງປະຊຸມໄດ້ປຶກສາຫາລືບັນດາການທ້າທາຍ ແລະ ຄວາມອ່ອນແອໃນການສ້າງປະຊາຄົມເສດຖະກິດອາຊຽນໃນປີ 2015 ແລະ ແລກປ່ຽນທັດສະນະກ່ຽວກັບບັນດາໜ້າທີ່ຕ້ອງປະຕິບັດສຳເລັດໃນປີນີ້. ກອງປະຊຸມຍັງປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການຮ່ວມມືລະຫວ່າງບັນດາປະເທດອາຊຽນ ເພື່ອກາຍເປັນປະຊາຄົມເສດຖະກິດ ແລະ ຊຸກຍູ້ບັນດາການບໍລິການດ້ານການຄ້າ, ການລົງທຶນ ແລະ ເສດຖະກິດພາກເອກະຊົນ ກໍຄືການຮ່ວມມືລະຫວ່າງອາຊຽນ ກັບບັນດາຝ່າຍໂອ້ລົມສົນທະນາ.
TAG
ປະຊາຄົມເສດຖະກິດອາຊຽນ
Related
More





