VOV WorldVOV World
ສປປ.ເກົາຫຼີ ຖະແຫຼງຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີ
20/04/2026 09:55
[VOVWORLD] - ຈຸດປະສົງຂອງການຍິງທົດລອງ ແມ່ນເພື່ອຕີລາຄາຄວາມແຮງຂອງຫົວລະເບີດທີ່ປະກອບໃຫ້ລູກສອນໄຟນີ້.
ສປປ.ເກົາຫຼີ ຖະແຫຼງຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີ
        ຕອນ​ເຊົ້າ​ວັນ​ທີ 20 ເມ​ສາ, ສຳ​ນັກ​ຂ່າວ​ສານສູນ​ກາງ ສ​ປ​ປ.ເກົາ​ຫຼີ (KCNA) ອອກ​ແຈ້ງ​ການ​ໂດຍ​ໃຫ້​ຮູ້​ວ່າ ວັນ​ທີ 19 ເມ​ສາ, ສ​ປ​ປ.ເກົາ​ຫຼີ ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີຍຸ​ດ​ທະ​ວິ​ ​ໜ້າ​ດິນ​ຕ້ານ​ໜ້າ​ດິນ Hwasong-11 ລຸ້ນ​ໄໝ່, ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ບັນ​ດາລັກ​ສະ​ນະ​ພິ​ເສດ ແລະ ກຳ​ລັງ​ແຮງ​ຂອງ​ຫົວ​ລູກ​ສອນ​ໄຟ. ການ​ນຳ​ ສ​ປ​ປ.ເກົາ​ຫຼີ Kim Jong Un ໄດ້​ຕິດ​ຕາມ​ການ​ຍິງ. ຕາມນັ້ນ​ແລ້ວ, ຈຸດ​ປະ​ສົງ​ຂອງ​ການ​ຍິງ​ທົດ​ລອງ ແມ່ນ​ເພື່ອ​ຕີ​ລາ​ຄ​າ​ຄວາມ​ແຮງ​ຂອງ​ຫົວ​ລະ​ເບີດ​ທີ່​ປະ​ກອບ​ໃຫ້​ລູກ​ສອນ​ໄຟ​ນີ້. ລູກ​ສອນ​ໄຟ​ນຳ​ວິ​ຖີຍຸ​ດ​ທະ​ວິ​ທີ 5 ລູກ​ທີ່ໄດ້​ຍິງນັ້ນ,ແມ່ນແນ​ໃສ່​ເປົ້າ​ໝາຍ​ຢູ່​ເກາະ​ແຫ່ງ​ໜຶ່ງ​ຫ່າງ​ຈາກ​ເຂດ​ຍິງ​ເກືອບ 140 ກມ. ແລະ ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ​ໃນ​ວົງ​ກວ້າງ​ປະ​ມານ 13 ເຮັກ​ຕາ. ການ​ນຳ Kim Jong Un ໄດ້​ສະ​ແດງ​ຄວາມ​ເພິງ​ພໍ​ໃຈ​ຕໍ່​ຜົນ​ການ​ຍິງ, ພ້ອມ​ທັງ​ຖະ​ແຫຼງວ່າ ການ​ພັດ​ທະ​ນາ ແລະ ນຳ​ໃຊ້​ລູກ​ລະ​ເບີດໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ, ສາ​ມາດ​ຕອບ​ສະ​ໜອງ​ ​​ຄວາມ​ຕ້ອງ​ການສູ້​ຮົບ​ຂອງກອງ​ທັບ ສ​ປ​ປ.ເກົ​າ​ຫຼີຢ່າ​ງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ.
TAG
VOV/VOVWORLD/​ປະ​ສິດ/​ທິ​ຜົນ/ວົງ​ກວ້າງ

More