ອາຊຽນແມ່ນປະຊາຄົມຕິດຈອດກັນກ່ຽວກັບການເມືອງ, ຮ່ວມສຳພັນທາງດ້ານເສດຖະກິດ
26/08/2015 10:55
(vovworld)- ອາຊຽນແມ່ນປະຊາຄົມຕິດຈອດກັນກ່ຽວກັບການເມືອງ, ຮ່ວມສຳພັນທາງດ້ານເສດຖະກິດ ແລະ ແບ່ງປັນຄວາມຮັບຜິດຊອບສັງຄົມ

ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈຸງ (vovworld)- ອາຊຽນແມ່ນປະຊາຄົມຕິດຈອດກັນກ່ຽວກັບການເມືອງ, ຮ່ວມສຳພັນທາງດ້ານເສດຖະກິດ ແລະ ແບ່ງປັນຄວາມຮັບຜິດຊອບສັງຄົມ. ນັນແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈຸງ ທີ່ກອງປະຊຸມສຳມະນາ “ກໍ່ສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນ: ມຸ່ງໄປສູ່ສີສັນລວມ-ບົດຮຽນຂອງ EU ” ໂດຍກະຊວງການຕ່າງປະເທດສົມທົບກັບຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມຈັດຂຶ້ນໃນຕອນເຊົ້າວັນທີ 26/8 ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນາຄັ້ງນີ້ ຈະແມ່ນໂອກາດເພື່ອໃຫ້ 2 ຝ່າຍປຶກສາຫາລືບັນດາບົດຮຽນຂອງ EU ໃນການກໍ່ສ້າງ ແລະ ຄຸ້ມຄອງວັດທະນະທຳສັງຄົມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເລຮ່ວາຍຈຸງ ກ່າວວ່າ : “EU ແມ່ນໜຶ່ງໃນບັນດາຮູບແບບທີ່ສຳເລັດຜົນທີ່ສຸດໃນກນສ້າງປະຊາຄົມໃນທຸກໆຂົງເຂດ. ອາຊຽນຈະຖອດຖອນບົດຮຽນຈາກ EU ເພື່ອກໍ່ສ້າງປະຊາຄົມອາຊຽນເວົ້າລວມ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເວົ້າສະເພາະ. ລະຫວ່າງອາຊຽນ ແລະ EU ກໍມີຈຸດທີ່ຄ້າຍຄືກັນ ແລະ ຄວາມແຕກຕ່າງກັນ. ກອງປະຊຸມສຳມະນາຄັ້ງນີ້ ຍັງແມ່ນໂອກາດເພື່ອພັດທະນາການສົນທະນາລະຫວ່າງ ອາຊຽນ ແລະ EU ເພື່ອຊ່ວຍເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດ ”
TAG
vovworld/ປະຂາຄົມ/ສີສັນ
Related





