ໄຂກອງປະຊຸມອາຊຽນ-ຈີນກ່ຽວກັບການຊອກຫາກູ້ໄພກູ້ຊີບບົນທະເລຕາເວັນອອກ
19/06/2013 08:57
(vovworld)-ຕອນເຊົ້າວັນທີ 19/6 ຢູ່ ຮ່າໂນ້ຍໄດ້ໄຂກອງປະຊຸມສຳມະນາ ອາຊຽນ-ຈີນ ດ້ວຍຫົວຂໍ້ວ່າ: “ເພີ່ມທະວີການຮ່ວມມືອາຊຽນ-ຈີນ ໃນການຊອກຫາ ແລະ ກູ້ໄພກູ້ຊີບສຳລັບຄົນ ແລະ ເຮືອ,ກຳປັ່ນຖືກປະສົບໄພຢູ່ທະເລຕາເວັນອອກ”

(vovworld)-ຕອນເຊົ້າວັນທີ 19/6 ຢູ່ ຮ່າໂນ້ຍໄດ້ໄຂກອງປະຊຸມສຳມະນາ ອາຊຽນ-ຈີນ ດ້ວຍຫົວຂໍ້ວ່າ: “ເພີ່ມທະວີການຮ່ວມມືອາຊຽນ-ຈີນ ໃນການຊອກຫາ ແລະ ກູ້ໄພກູ້ຊີບສຳລັບຄົນ ແລະ ເຮືອ,ກຳປັ່ນຖືກປະສົບໄພຢູ່ທະເລຕາເວັນອອກ” ໂດຍມີການເຂົ້າຮ່ວມຂອງຜູ້ແທນ 40 ທ່ານ ຊຶ່ງແມ່ນບັນດາເຈົ້າຫນ້າທີ່ ແລະ ຜູ້ຊ່ຽວຊານມາຈາກ ອາຊຽນ, ຈີນ. ຈຸດປະສົງຂອງກອງປະຊຸມສຳມະນາແມ່ນແນໃສ່ຊອກຫາບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນການຊອກຫາ ແລະ ກູ້ໄພກູ້ຊີບສຳລັບຄົນ ແລະ ເຮືອ, ກຳປັ່ນຖືກປະສົບໄພຢູ່ທະເລຕາເວັນອອກ ປະກອບສ່ວນປັບປຸງສະພາບສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ທະເລຕາເວັນອອກ, ຜ່ານນັ້ນ ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອາຊຽນ ແລະ ຈີນໃນສະພາບການພິພາດອະທິປະໄຕ ແລະ ສິດອະທິປະໄຕຢູ່ທະເລຕາເວັນອອກບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ. ເມື່ອແລກປ່ຽນກັບນັກຂ່າວຢູ່ນອກກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວີງ ໄດ້ເນັ້ນຫນັກວ່າ:
TAG
ແຄມທະເລ
Related





