ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ
22/11/2022 07:55
(VOVWORLD) -ກອງປະຊຸມໃຫຍ່ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນກ່ຽວກັບສະພາບການສາກົນ, ສະແດງທັດສະນະ, ກໍຄືການປະກອບສ່ວນຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນຮັບປະກັນສັນຕິພາບຢູ່ພາກພື້ນ ແລະ ໃນໂລກ.

ກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກໄດ້ໄຂຂຶ້ນໃນຕອນບ່າຍວັນທີ 22 ພະຈິກ, ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານ, ໃນນັ້ນມີຜູ້ແທນສາກົນປະມານ 100 ທ່ານ. ທີ່ວາລະໄຂ, ກອງປະຊຸມໃຫຍ່ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນກ່ຽວກັບສະພາບການສາກົນ, ສະແດງທັດສະນະ, ກໍຄືການປະກອບສ່ວນຂອງ ຫວຽດນາມ ພ້ອມກັບບັນດາປະເທດອື່ນຮັບປະກັນສັນຕິພາບຢູ່ພາກພື້ນ ແລະ ໃນໂລກ. ດ້ວຍສານທີ່ວ່າ “ຄວາມສາມັກຄີສາກົນ, ຮ່ວມແຮງຮ່ວມໃຈກະທຳເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ”, ປະເທດເຈົ້າພາບ ຫວຽດນາມ ຢາກສົ່ງສານເຖິງເພື່ອມິດສາກົນກ່ຽວກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ຮັກແພງແຂກຄົນ, ຮັກຫອມສັນຕິພາບ; ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ປາດຖະໜາຢາກເປັນເພື່ອນຂອງທຸກໆປະເທດ, ເປັນຄູ່ຮ່ວມມື, ບົນພື້ນຖານບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເຄົາລົບເອກະລາດ, ເປັນເຈົ້າຕົນເອງ; ເປັນສະມາຊິກຕັ້ງໜ້າໃນປະຊາຄົມສາກົນ.
TAG
VOV/VOVworld/ສັນຕິພາບ/ການຮ່ວມມື/ພັດທະນາແບບຍືນຍົງ
Related





