ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກຢູ່ຮ່າໂນ້ຍ
22/11/2022 10:58
(VOVWORLD) -ຕອນບ່າຍວັນທີ 22/11, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກໄດ້ຖືກໄຂຂຶ້ນ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເມີ້ນ ກ່າວຄຳເຫັນທີ່ພິທີ ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເມີ້ນ ເນັ້ນໜັກວ່າ: ສັນຕິພາບ, ເອກະລາດ ແລະ ເສລີພາບແມ່ນຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນຫວຽດນາມ ແລະ ແມ່ນເປົ້າໝາຍລຸລວງຂອງການປະຕິວັດຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກຈະກຳນົດທິດຍຸດທະສາດ, ສ້າງໂຄງການເຄື່ອນໄຫວຢ່າງມີປະສິດທິຜົນ ວາງອອກວິທີການແກ້ໄຂຢ່າງແທດຈິງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາຢ່າງຕັ້ງໜ້າ. ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສະກັດກັ້ນການປະທະກັນ, ສະກັດກັ້ນການແຂ່ງຂັນປະກອບອາວຸດ, ລົບລ້າງອາວຸດລ້າງຜານ, ຊຸກຍູ້ການເຄົາລົບຫຼັກການຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ສະພາຈະເຕົ້າໂຮມ ແລະ ເຕົ້າໂຮມກຳລັງຄວາມກ້າວໜ້າຂອງໂລກຢ່າງກວ້າງຂວາງ ໃນການຕໍ່ສູ້ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າຂອງສັງຄົມ. ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທງເມີ້ນ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ພ້ອມກັບບັນດາກຳລັງທີ່ຮັກຫອມສັນຕິພາບຂອງໂລກ, ປະກອບສ່ວນຢ່າງ ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນໃນໂລກ.
TAG
VOV/VOVworld/ສັນຕິພາບ/ສາມັກຄີ/ຕີລາຄາ
Related






