ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກກອມມູນິດຫວຽດນາມ
21/01/2016 05:30
ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກກອມມູນິດຫວຽດນາມ

(vovworld) - ວັນທີ 20/1, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ສູນກອງປະຊຸມແຫ່ງຊາດ ມີ້ດິ່ງ, ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນ 1.510 ຄົນ, ທີ່ຕາງໜ້າໃຫ້ສະມາຊິກພັກພາຍໃນທົ່ວປະເທດ 4,5 ລ້ານຄົນ. “ຫົວຂໍ້ຂອງກອງປະຊຸມໃຫຍ່ແມ່ນ: ເພີ່ມທະວີການກໍ່ສ້າງພັກໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນທັງຊາດ ແລະ ປະຊາທິປະໄຕສັງຄົມນິຍົມ; ຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ, ຄົບຊຸດ; ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ສູ້ຊົນນຳ ຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານຢ່າງໄວ“.
TAG
vovworld
ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ12ພັກ
Related





