ໄຂກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ NAM ປະຈຳ ອີຣານ
29/08/2012 09:11
ວັນທີ 28/8, ກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ (NAM) ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງເຕຮຣານ ປະເທດ ອີຣານ

ລັດຖະມົນຕີການຕ່າງປະເທດ ອີຣານ Ali Akbar Salehi ພາບ:internet (vovworld) - ວັນທີ 28/8, ກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ (NAM) ຖືກໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫລວງເຕຮຣານ ປະເທດ ອີຣານ. ໃນເວລາສອງວັນ, ລັດຖະມົນຕີການຕ່າງປະເທດ ກວ່າ 50 ທ່ານທີ່ເຂົ້າຮ່ວມກອງປະຊຸມ ຈະສຸມໃສ່ປຶກສາຫາລືຮ່າງເອກະສານທີ່ຖືກຍົກອອກມາໃນກອງປະຊຸມຂັ້ນນັກວິຊາການ NAM ຊຶ່ງດຳເນີນໄປກ່ອນນີ້ 2 ມື້ ຢູ່ ເຕເຮຣານ. ຮ່າງເອກະສານດັ່ງກ່າວຈະໄດ້ພິຈາລະນາຄັ້ງສຸດທ້າຍຢູ່ກອງປະຊຸມສຸດຍອດຂອງຂະບວນການບໍ່ຮ່ວມກຸ່ມ ຄາດວ່າໃນວັນທີ 30 -31/8 ຈະມາເຖິງ. ນອກນັ້ນ ບັນດາທ່ານລັດຖະມົນຕີການຕ່າງປະເທດ ຍັງປຶກສາຫາລືບັນດາຂໍ້ສະເຫນີກ່າວປະນາມຄຳສັ່ງລົງໂທດພຽງຝ່າຍດຽວ ຊຶ່ງຝ່າຍຕາເວັນຕົກຈັດວາງທີ່ມີຕໍ່ ອີຣານ ແລະ ປະເທດອື່ນຈຳນວນຫນຶ່ງ. ທີ່ກອງປະຊຸມຄັ້ງນີ້, ອີຢີບ ຈະຍົກອອກເອກະສານຮຽບຮຽງພິເສດ,ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການປະຕິຮູບ ສປຊ, ການຫລຸດຜ່ອນອາວຸດນິວເຄຼຍ ແລະ ບັນດາອາວຸດລ້າງຜານ, ປະຕິບັດບັນຫາປະຊາທິປະໄຕ ແລະ ສິດທິມະນຸດປະກົດຜົນເປັນຈິງ, ຮັບມືກັບການກໍ່ການຮ້າຍສາກົນ ແລະ ຊ່ວຍແກ້ໄຂວິກິດການທົ່ວໂລກ,ໃນນັ້ນ ບັນຫາປາແລດສະຕີນແມ່ນຈຸດສຸມ.
TAG
ນັກວິຊາການ
Related






