VOV WorldVOV World
ໄຂລາຍການ “ ດານັ້ງ - ຈຸດນັດພົບຍາມລະດູຮ້ອນ ” ປີ 2014
22/06/2014 10:38
(vovworld)- ພິທີ​ໄຂ​ລາຍການ “ ດາ​ນັ້ງ - ຈຸດ​ນັດ​ພົບ​ຍາມ​ລະດູ​ຮ້ອນ ” ປີ 2014 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ​ວັນ​ທີ 21/6 ຢູ່​ນະຄອນ​ດາ​ນັ້ງ....
ໄຂລາຍການ “ ດານັ້ງ - ຈຸດນັດພົບຍາມລະດູຮ້ອນ ” ປີ 2014
ລາຍການ “ ດາ​ນັ້ງ - ຈຸດ​ນັດ​ພົບ​ຍາມ​ລະດູ​ຮ້ອນ ” ປີ 2014 ​ ມີ​ການ​ເຄື່ອນ​ໄຫວ​ກິລາ​ທະ​ເລ​ຫຼາຍ​ຢ່າງ​ທີ່​ດູດ​ດື່ມ (ພາບ: baodanang) (vovworld)- ພິທີ​ໄຂ​ລາຍການ “ ດາ​ນັ້ງ - ຈຸດ​ນັດ​ພົບ​ຍາມ​ລະດູ​ຮ້ອນ ” ປີ 2014 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ​ວັນ​ທີ 21/6 ຢູ່​ນະຄອນ​ດາ​ນັ້ງ. ນີ້​ແມ່ນ​ດານ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ປະຈຳ​ປີ​ຂອງ​ນະຄອນ ​ແນ​ໃສ່​ກະ​ຕຸ້ນ​ຄວາມ​ຕ້ອງການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ. ລາຍການ “ ດາ​ນັ້ງ - ຈຸດ​ນັດ​ພົບ​ຍາມ​ລະດູ​ຮ້ອນ ” ປີ 2014 ​ໄດ້​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ຫາ 27/6 ​ໂດຍ​ມີ​ການ​ເຄື່ອນ​ໄຫວ​ກິລາ​ທະ​ເລ​ຫຼາຍ​ຢ່າງ​ທີ່​ດູດ​ດື່ມ. ທ່ານ​ເຈີ​ຈີ້​ເກືອ​ງ ຮອງ​ຫົວໜ້າພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ ດາ​ນັ້ງ ​ໃຫ້​ຮູ້​ວ່າ :        “ປີນີ້, ມີ​ບັນດາ​ການ​ເຄື່ອນ​ໄຫວ​ໃໝ່​ຖືກ​ນຳ​ເຂົ້າ​ລາຍການ ຄື: ຊ່ວງ​ເຮືອ ກາ​ຢັກ, ​ເຕັ້ນ​ລຳ, ຊ່ວຍ​ແຂກ​ທ່ອງ​ທ່ຽວ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ນະຄ​ອນ. ການ​ເຄື່ອນ​ໄຫວ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ເພື່ອຢັ້ງຢືນ​ກ່ຽວ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ ດາ​ນັ້ງ​ເວົ້າ​ສະ​ເພາະ ກໍ​ຄື​ຫວຽດນາມ​ເວົ້າ​ລວມ ຍັງ​ຄົງ​ແມ່ນ​​ແຫ່ງ​ທີ່​ປອດ​ໄພ, ສະໜິດສະໜົມ ​ແລະ ດູດ​ດື່ມ​ສຳລັບ​ແຂກ​ທ່ອງ​ທ່ຽວ”  . 
TAG
vov/vovworld/ດານັ້ງ/ທ່ອງທ່ຽວ

More