ໄຂງານວາງສະແດງສາກົນ ກ່ຽວກັບການກໍ່ສ້າງ Vietbuild 2012
11/10/2012 09:33
ຕອນເຊົ້າວັນທີ 11/10, ງານວາງສະແດງສາກົນກ່ຽວກັບການກໍ່ສ້າງ Vietbuild 2012 ພາຍໃຕ້ຫົວຂໍ້ວ່າ: “ພັດທະນາການຖ່າຍທອດເຕັກໂນໂລຊີຂະແຫນງກໍ່ສ້າງ ຫວຽດນາມ” ໂດຍກະຊວງກໍ່ສ້າງ ແລະ ຄະນະກຳມະການປະຊາຊົນ ນະຄອນ Can Tho ສົມທົບກັນຈັດຕັ້ງຂຶ້ນ

ງານວາງສະແດງສາກົນກ່ຽວກັບການກໍ່ສ້າງ Vietbuild 2012 ພາບ: TTXVN (vovworld) - ຕອນເຊົ້າວັນທີ 11/10, ງານວາງສະແດງສາກົນກ່ຽວກັບການກໍ່ສ້າງ Vietbuild 2012 ພາຍໃຕ້ຫົວຂໍ້ວ່າ: “ພັດທະນາການຖ່າຍທອດເຕັກໂນໂລຊີຂະແຫນງກໍ່ສ້າງ ຫວຽດນາມ” ໂດຍກະຊວງກໍ່ສ້າງ ແລະ ຄະນະກຳມະການປະຊາຊົນ ນະຄອນ Can Tho ສົມທົບກັນຈັດຕັ້ງຂຶ້ນ. ມີຮ້ານວາງສະແດງກວ່າ 450 ຮ້ານຂອງ 261 ວິສາຫະກິດ ຫວຽດນາມ ໄດ້ເຂົ້າຮ່ວມເພື່ອແນະນຳບັນດາຜະລິດຕະພັນ, ສ່ອງແສງຜົນງານ ແລະ ການພັດທະນາຂອງຂະແຫນງກໍ່ສ້າງ ຫວຽດນາມ ໃນວິວັດການປ່ຽນໃຫມ່, ສຸມໃສ່ເຂົ້າໃນຂົງເຂດທີ່ປືກສາການອອກແບບ, ອະສັງຫາລິມະຊັບ, ວັດສະດຸກໍ່ສ້າງ. ນອກນັ້ນ ຍັງມີບັນດາຮ້ານວາງສະແດງຂອງປະເທດຕ່າງໆຄື: ສາທາລະນະລັດເກົາຫລີ, ຍີ່ປຸ່ນ, ອິນໂດເນເຊຍ, ຈີນ, ເຢຍລະມັນ, ອີຕາລີ, ໄທ ແລະ ມາເລເຊຍ. ບັນດາຜະລິດຕະພັນທ່ີນຳວາງສະແດງໃນງານວາງສະແດງຊຶ່ງລວມມີ: ປະເພດເຄມີໃນການກໍ່ສ້າງ, ກົນຈັກ, ອຸປະກອນເຕັກໂນໂລຊີຜະລິດວັດສະດຸກໍ່ສ້າງ ແລະອື່ນໆ.
TAG
ງານວາງສະແດງ
Related





